ກ່າວຄຳເຫັນທີ່ພິທີ, ທ່ານ ລືວແມັ້ງຮ່່າ, ຜູ້ອຳນວຍການໃຫຍ່ບໍລິສັດ ສະຕາ ໂທລະຄົມ ເນັ້ນໜັກວ່າ,  ການສືບຕໍ່ປ້ອງກັນ, ສະກັດກັ້ນ, ຈໍາກັດການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນວຽກງານສໍາຄັນ ແລະນີ້ກໍ່ແມ່ນຄວາມຮັບຜິດຊອບລວມຂອງທຸກຂະແໜງການ, ທຸກຂັ້ນ ແລະປະຊາຊົນລາວບັນດາເຜົ່າ. ການຊ່ວຍເຫຼືອຄັ້ງນີ້ຈະປະກອບສ່ວນຊ່ວຍໃຫ້ກະຊວງສາທາລະນະສຸກລາວ ໃນການສື່ສານຊີ້ນຳບັນດາຂະແໜງການທີ່ກ່ຽວຂ້ອງໄດ້ຢ່າງສະດວກກວ່າເພື່ອປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ໄດ້ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະທັນການ.

leftcenterrightdel
ທ່ານ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກລາວ ຮັບສັນຍາລັກ 2,4 ຕື້ກີບໂດຍທ່ານ ລືວແມັ້ງຮ່່າ, ຜູ້ອຳນວຍການໃຫຍ່ບໍລິສັດ ສະຕາ ໂທລະຄົມ ມອບໃຫ້. ພາບ: nhandan.com.vn.

ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຂອງບໍລິສັດ ສະຕາ ໂທລະຄົມ, ທ່ານ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກລາວ, ຕາງໜ້າໃຫ້ລັດຖະບານລາວ ຢັ້ງຢືນວ່າ ຈະນຳໃຊ້ບັນດາວັດຖຸອຸປະກອນຊ່ວຍເຫຼືອນີ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະແກ້ໄຂພະຍາດໂຄວິດ-19 ໃຫ້ມີປະສິດທິຜົນສູງສຸດ.

ໂດຍ: ສົມເພັດ