ພໍ່ແມ່ປະຊາຊົນບັນດາຊົນເຜົ່າຕັ້ງພູມລໍາເນົາຄົງທີ່, ດໍາລົງຊີວິດຢູ່ບໍລິເວນແຂວງກວ໋າງຈິ ແລະບັນດາທ້ອງຖິ່ນຂອງລາວ ມີສາຍພົວພັນໃກ້ຊິດນຳກັນ. ປະຊາຊົນບັນດາບ້ານຕິດກັບຊາຍແດນ ເຄີຍມີການເຄື່ອນໄຫວຢ້ຽມຢາມຖາມຂ່າວ, ແລກປ່ຽນສິນຄ້າ, ໜູນຊ່ວຍເຊິ່ງກັນ ແລະກັນໃນການດຳລົງຊີວິດ, ຜະລິດເປັນປະຈໍາ. ໃນເມື່ອກ່ອນ, ບັນດາຄອບຄົວດໍາລົງຊີວິດຢູ່ບ້ານຊາຍແດນເມືອງນ່ອງ, ແຂວງສາລະວັນ, ລາວ ເຄີຍຂົນສົ່ງຜະລິດຕະພັນກະເສດປະເພດຕ່າງໆ, ຄື: ມັນຕົ້ນ, ໝາກກ້ວຍ... ຜ່ານດ່ານປະເພນີເຂົ້າບັນດາຕາແສງໃນເມືອງເຮື໊ອງຮ໊ວາ, ແຂວງກວ໋າງຈິ ເພື່ອຂາຍໃຫ້ພໍ່ຄ້າຊາວຂາຍຫວຽດນາມ ແລະຊື້ເອົາສິນຄ້າທີ່ຈໍາເປັນຮັບໃຊ້ໃນການດຳລົງຊີວິດ. ແຕ່ເມື່ອການເຄື່ອນໄຫວຜ່ານຊາຍແດນ ຫວຽດນາມ-ລາວ ຖືກຢຸດຊົ່ວຄາວ, ການດຳລົງຊີວິດຂອງປະຊາຊົນສອງຟາກຊາຍແດນປະສົບກັບຄວາມຫຍຸ້ງຍາກ. ບາງຄອບຄົວຢູ່ບັນດາບ້ານຊາຍແດນເມືອງເຮື໊ອງຮ໊ວາ, ແຂວງກວ໋າງຈິ ແລະເມືອງນ່ອງ, ແຂວງສາລະວັນ, ລາວ ຂາດສະບຽງອາຫານ.

leftcenterrightdel
ທະຫານຊາຍແດນແຂວງກວ໋າງຈິ ພ້ອມກັບບັນດາຜູ້ມີໃຈບຸນໃຈກຸສົນມອບອຸປະກອນການແພດ, ສະບຽງອາຫານໃຫ້ເພື່ອນລາວ. ພາບ: qdnd.vn.

ຕໍ່ໜ້າສະພາບການດັ່ງກ່າວ, ທະຫານຊາຍແດນແຂວງກວ໋າງຈິ ໄດ້ຂົນຂວາຍພະນັກງານ, ນັກຮົບຫັກເງິນເດືອນ, ເງິນອຸດໜູນ ແລະຂົນຂວາຍບັນດາຜູ້ມີໃຈບຸນໃຈກຸສົນບໍລິຈາກໜູນຊ່ວຍປະຊາຊົນສອງຟາກຊາຍແດນ ໃຫ້ມີການດຳລົງຊີວິດເປັນປົກກະຕິ. ໃນໄລຍະ 1 ເດືອນມໍ່ໆມານີ້, ທະຫານຊາຍແດນແຂວງກວ໋າງຈິ ໄດ້ສົມທົບກັບບັນດາຜູ້ມີໃຈບຸນໃຈກຸສົນໜູນຊ່ວຍເຂົ້າສານກວ່າ 30 ໂຕນ; ບາງເຄື່ອງໃຊ້ທີ່ຈຳເປັນເພື່ອຊ່ວຍໃຫ້ປະຊາຊົນດໍາລົງຊີວິດຢູ່ສອງຟາກຊາຍແດນຫວຽດນາມ-ລາວ. ທະຫານຊາຍແດນແຂວງກວ໋າງຈິ ກໍ່ດໍາເນີນການມອບອຸປະກອນການແພດຈໍານວນໜຶ່ງໃຫ້ກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດລາວ ແນໃສ່ຮັບໃຊ້ວຽກງານປ້ອງກັນ,  ຕ້ານພະຍາດໂຄວິດ-19 ແລະປະຕິບັດໜ້າທີ່.

ບໍ່ພຽງແຕ່ໜູນຊ່ວຍ, ຊ່ວຍເຫຼືອກັນໃນການປ້ອງກັນ,  ຕ້ານພະຍາດໂຄວິດ-19, ທະຫານຊາຍແດນສອງປະເທດຫວຽດນາມ-ລາວ ໃນບໍລິເວນຊາຍແດນຂຶ້ນກັບແຂວງກວ໋າງຈິ ຍັງເປັນເຈົ້າການສົມທົບກັນແກ້ໄຂບັນດາກໍລະນີຂ້າມຊາຍແດນຜິດກົດໝາຍຢ່າງທັນການ. ທ່ານພັນເອກພິເສດ ເລວັນເຟືອງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໃຫ້ຮູ້ວ່າ: “ໃນໄລຍະຜ່ານມາ, ຜ່ານໂທລະສັບສາຍດ່ວນ, ພວກຂ້າພະເຈົ້າໄດ້ແລກປ່ຽນ, ສະເໜີກັບບັນດາກົມກອງປົກປັກຮັກສາຊາຍແດນຂອງລາວສົມທົບກັນປະຕິບັດໜ້າທີ່. ບົນພື້ນຖານເຫັນດີເປັນເອກະພາບສູງ, ບັນດາກົມກອງຮາກຖານຂອງສອງຝ່າຍໄດ້ຕັ້ງດ່ານສະກັດກັ້ນສະຫຼັບກັນໃນເສັ້ນຊາຍແດນລວມ, ກຽມພ້ອມສົມທົບກັນແກ້ໄຂບັນດາກໍລະນີເກິດຂຶ້ນ”. 

ຮັບເອົາຂອງຂວັນໂດຍທະຫານຊາຍແດນ ແລະປະຊາຊົນແຂວງກວ໋າງຈິ ມອບໃຫ້ພ້ອມກັບຜົນການສົມທົບກັນໃນການປະຕິບັດໜ້າທີ່, ຮ້ອຍເອກ ບົວຄໍາ ຮອງຫົວໜ້າກອງຮ້ອຍທະຫານຊາຍແດນ 321, ລາວ ໃຫ້ຮູ້ວ່າ: “ໃນວິວັດແຫ່ງການປະຕິບັດໜ້າທີ່ການປ້ອງກັນ, ຕ້ານພະຍາດໂຄວິດ-19; ພວກຂ້າພະເຈົ້າໄດ້ຮັບອຸປະກອນການແພດຈາກຝ່າຍຫວຽດນາມ ຫຼາຍພໍສົມຄວນເພື່ອປະຕິບັດໜ້າທີ່. ບໍ່ພຽງແຕ່ບັນດາກົມກອງກໍາລັງປະກອບອາວຸດເທົ່ານັ້ນ, ຫາກປະຊາຊົນຢູ່ເຂດຊາຍແດນຂອງລາວ ກໍ່ໄດ້ຮັບການໜູນຊ່ວຍວັດຖຸອຸປະກອນປ້ອງກັນພະຍາດ ແລະທັນຍາຫານຈາກທະຫານຊາຍແດນ ແລະປະຊາຊົນແຂວງກວ໋າງຈິ ຢ່າງທັນການ.

ບັນດາການກະທໍາອັນດີງາມນັ້ນບໍ່ພຽງແຕ່ ປະກອບສ່ວນເຮັດໃຫ້ກໍາລັງທີ່ກ່ຽວຂ້ອງສອງປະເທດປະຕິບັດສຳເລັດໜ້າທີ່ການເມືອງ, ເຂົ້າຮ່ວມການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງມີປະສິດທິຜົນເທົ່ານັ້ນ ຫາກຍັງເພີ່ມທະວີ, ປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດລາວ-ຫວຽດນາມ ອີກດ້ວຍ”. 

ໂດຍ: ເຈິ່ນຮວ່ຽນ