ຄໍາປະກາດຂອງຜູ້ທີ່ເປັນປະທານໃນພິທີມອບຂໍ້ຕົກລົງວ່າດ້ວຍການຖືສັນຊາດຫວຽດນາມ ໄດ້ເຮັດໃຫ້ບັນດາພົນລະເມືອງລາວ ທີ່ມີໜ້າໃນພິທີຕື້ນຕັນໃຈ. ບຸນເຕັດປີນີ້, ຄອບຄົວເຂົາເຈົ້າ ໄດ້ປຸ້ມລຸມກັນນັ່ງອ້ອມເຕົາໄຟໃນເຮືອນຮ້ານດ້ວຍຄວາມເບີກບານມ່ວນຊື່ນອັນດຽວກັນຂອງວົງຄະນະຍາດ.

ບ້ານອາຕູ 1, ຕາແສງເຈີເອີມ, ເມືອງໄຕຢາງ, ແຂວງກວ໋າງນາມ ຕັ້ງຢູ່ໃຈກາງຢູ່ເຂດພູສູງ. ຈາກນີ້ໄປຫາບ້ານຕ່າງໆຂອງເມືອງກາລຶມ, ແຂວງເຊກອງ, ປະເທດລາວ ຕ້ອງເສຍເວລາ 3 ຊົ່ວໂມງ ດ້ວຍການຍ່າງໄປຕາມທາງປ່າ. ໃນຊຸມວັນບຸນເຕັດ, ບ່າວສາວສອງຟາກໄດ້ໄປມາຫາສູ່ກັນ, ກ້ຽວພາລາສີກັນເປັນປະຈຳ, ສະນັ້ນຈຶ່ງກາຍເປັນຄວາມຮັກອັນດີງາມ ແລະໄດ້ກາຍເປັນຄູ່ຜົວເມຍ.

leftcenterrightdel
ຜົວເມຍອ້າຍ ບລີງດອງ ແລະເອື້ອຍ ເຢີຣໍານາ. ພາບ: vov.vn

ນັ້ນແມ່ນຄວາມຮັກລະຫວ່າງອ້າຍ ບລີງດອງ, ຊາວເຜົ່າເກີຕູ ກັບເອື້ອຍ ເຢີຣໍານາ ຄົນລາວ. ສອງຄົນຮັກແພງກັນ ຈາກນັ້ນໄດ້ແຕ່ງດອງກັນ. 20 ກໍລະນີເປັນຄົນລາວໄດ້ຖືສັນຊາດຫວຽດນາມໃນທ້າຍປີກາຍນີ້ສ່ວນຫຼາຍແມ່ນແມ່ຍິງໄປຢູ່ນຳຜົວ. ມີຫຼາຍຄົນໄດ້ມາຕັ້ງຖິ່ນຢູ່ຕາມບ້ານໃນເຂດພູສູງຂອງສອງເມືອງໄຕຢາງ ແລະນາມຢາງ, ແຂວງກວ໋າງນາມຮອດສິບປີແລ້ວ, ແຕ່ກໍ່ຍັງບໍ່ທັນໄດ້ຮັບຮອງວ່າແມ່ນຊາວຫວຽດນາມເທື່ອ. ການອົບພະຍົບຢ່າງເສລີຢູ່ລຽບຕາມຊາຍແດນຫວຽດນາມ-ລາວ ໃນຊຸມປີກ່ອນນີ້ ໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການຄຸ້ມຄອງສຳມະໂນຄົວ. ບັນດາຄອບຄົວທີ່ມີພໍ່ເປັນຄົນຫວຽດ, ແມ່ເປັນຄົນລາວ ຫຼືພໍ່ເປັນ ຄົນລາວ, ແມ່ເປັນຄົນຫວຽດ ລ້ວນແຕ່ບໍ່ມີໂອກາດໄດ້ຮັບບ້ວງເງິນໜູນຊ່ວຍຈາກລັດຖະບານຫວຽດນາມ ທີ່ສະຫງວນໃຫ້ພໍ່ແມ່ປະຊາຊົນຢູ່ເຂດພູດອຍ. ຜົວເມຍແຕ່ງດອງແລ້ວແຕ່ບໍ່ມີໃບສົມລົດ, ສະນັ້ນເມື່ອເກີດລູກມາ ຈຶ່ງບໍ່ມີໃບແຈ້ງເກີດ ແລະກໍ່ບໍ່ເຮັດເອກະເຂົ້າໂຮງຮຽນໃຫ້ແກ່ລູກຂອງຕົນໄດ້.

ທ່ານ ອາລັງເຣບ, ຮອງປະທານຄະນະກໍາມະການຕາແສງເຈີເອີມ, ເມືອງໄຕຢາງ, ແຂວງກວ໋າງນາມ ໃຫ້ຮູ້ວ່າ, ແມ່ຍິງລາວມາເປັນໃພ້ຢູ່ຕາມບ້ານຕ່າງໆຂອງຊາວເຜົ່າເກີຕູ ໄດ້ຮັບການອຸ້ມຊູຊ່ວຍເຫຼືອຈາກປະຊາຊົນຢູ່ທ້ອງຖິ່ນ. ບັນດາເຈົ້າກົກເຈົ້າເຫຼົ່າ ໄດ້ປະຊຸມປະຊາຊົນເພື່ອແບ່ງປັນເຂົ້າສານ, ທີ່ດິນ, ຊ່ວຍເຂົາເຈົ້າມີການດໍາລົງຊີວິດໃຫ້ເປັນປົກກະຕິ, ແຕ່ສິ່ງຫຍຸ້ງຍາກທີ່ສຸດແມ່ນການແກ້ໄຂບັນດາລະບຽບການທີ່ກ່ຽວຂ້ອງເຖິງນິຕິກໍາ. ຕາມທ່ານ ອາລັງເຣບ ແລ້ວ, ປັດຈຸບັນນີ້ໃນບໍລິເວນຕາແສງມີ 3 ກໍລະນີ ທີ່ມີພໍ່ເປັນຄົນຫວຽດ, ແມ່ເປັນຄົນລາວ ທີ່ຫາກໍ່ໄດ້ຖືສັນຊາດ: “ໃນເມື່ອກ່ອນ, ມີຄົນລາວມາຕ້ອນຮັບບຸນເຕັດຢູ່ຫວຽດນາມ ຫຼາຍທີ່ສຸດ, ຜ່ານນັ້ນເຂົາເຈົ້າຊອກຮູ້ນໍາກັນ ແລະແຕ່ງງານແລ້ວ. ແມ່ຍິງຄົນລາວ ທີ່ມາແຕ່ງງານຢູ່ຕາແສງນີ້ຕ້ອງໄດ້ລາຍງານຕໍ່ອົງການກ່ຽວຂ້ອງເພື່ອຮັບປະກັນທັງໄດ້ຖືສັນຊາດ, ທັງມີບ່ອນດໍາລົງຊີວິດ. ເມື່ອເຂົາເຈົ້າມາທີ່ນີ້, ພວກເຮົາເຫັນວ່າເຂົາເຈົ້າ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນ ຈຶ່ງຊ່ວຍລະດົມຈິດໃຈເຂົາເຈົ້າ, ຂົນຂວາຍພໍ່ແມ່ປະຊາຊົນກໍ່ສ້າງເຮືອນໃຫ້ຢູ່”.

leftcenterrightdel
ນັບແຕ່ທ້າຍປີ 2019, ສາວລາວ 3 ຄົນ ໄດ້ຖືສັນຊາດຫວຽດນາມ. ພາບ: vov.vn

ແຂວງກວ໋າງນາມ ມີເສັ້ນຊາຍແດນຕິດກັບປະເທດລາວ ຍາວກວ່າ 155 ກິໂລແມັດ.  ຢູ່ບັນດາບ້ານຕິດກັບຊາຍແດນຂອງລາວ, ມີຫຼາຍຄົນໄດ້ຊອກຫາວິທີມາດໍາລົງຊີວິດຢູ່ຫວຽດນາມ. ທ່ານ ອາລັງມາຍ, ປະທານຄະນະກໍາມະການປະຊາຊົນເມືອງນາມຢາງ, ແຂວງກວ໋າງນາມ ຖືວ່າ, ຄົນລາວມາດໍາລົງຊີວິດຢູ່ທີ່ນີ້  ເຖິງວ່າໄດ້ຮັບການຊ່ວຍເຫຼືອ, ອຸ້ມຊູຈາກອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນກໍ່ຕາມ, ແຕ່ຄວາມມຸ່ງມາດປາດຖະໜາຂອງເຂົາເຈົ້າແມ່ນໄດ້ຖືສັນຊາດຫວຽດນາມ. ປີ 2017, ອໍານາດການປົກຄອງແຂວງກວ໋າງນາມ ແລະແຂວງເຊກອງ (ປະເທດລາວ) ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການສົມທົບກັນຜັນຂະຫຍາຍການປະຕິບັດຂໍ້ຕົກລົງຂອງລັດຖະບານສອງປະເທດຫວຽດນາມ-ລາວ. ທ່ານ ອາລັງມາຍ ໃຫ້ຮູ້ຕື່ມອີກວ່າ, ບົດບັນທຶກຊ່ວຍຈໍາສະບັບດັ່ງກ່າວ ໄດ້ເຕື້ອງເຖິງການໜູນຊ່ວຍການປະຕິບັດລະບຽບການກ່ຽວກັບພົນລະເມືອງໃຫ້ແກ່ຜູ້ອົບພະຍົບຢ່າງເສລີ, ແຕ່ງງານບໍ່ຖືກຕ້ອງຕາມກົດໝາຍຢູ່ລຽບຕາມສອງຟາກຊາຍແດນ.

ວັນທີ 3 ກໍລະກົດ 2019, ປະທານປະເທດແຫ່ງ ສສ.ຫວຽດນາມ ໄດ້ເຊັນຂໍ້ຕົກລົງກ່ຽວກັບເລື່ອງໃຫ້ອະນຸຍາດໃຫ້ພົນລະເມືອງລາວ 20 ຄົນ ທີ່ພວມດໍາລົງຊີວິດຢູ່ແຂວງກວ໋າງນາມ ຖືສັນຊາດຫວຽດນາມ. ບຸນປີໃໝ່ປະຈໍາຊາດ 2020 ແມ່ນບຸນເຕັດຄັ້ງທໍາອິດຂອງເຂົາເຈົ້າເມື່ອໄດ້ຖືສັນຊາດຫວຽດນາມ ຢູ່ເມືອງໄຕຢາງ ແລະນາມຢາງ, ແຂວງກວ໋າງນາມ. ບັນດາພົນລະເມືອງທີ່ຫາກໍ່ໄດ້ຖືສັນຊາດຫວຽດນາມ ນັ້ນໄດ້ພ້ອມກັນຍົກຈອກເຫຼົ້າໄຫ, ອວຍພອນຊິ່ງກັນ ແລະກັນຕ້ອນຮັບປີໃໝ່ທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ຮັກແພງກັນ.

ໂດຍ: ທູຈາງ