ໃນບັນຍາກາດເຕັມໄປດ້ວຍໄມຕີຈິດມິດຕະພາບ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ອວຍພອນອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນແຂວງຮ່າຕິ້ງ ຕ້ອນຮັບປີໃໝ່ດ້ວຍຄວາມປອດໄພ, ເບີກບານມ່ວນຊື່ນ, ອວຍພອນແຂວງຮ່າຕິ້ງ ນັບມື້ນັບພັດທະນາ, ກາຍເປັນແຂວງເຕີບໃຫຍ່ເຂັ້ມແຂງຂອງຫວຽດນາມ ໂດຍໄວ.

leftcenterrightdel
ທ່ານ ຫວໍຮົ່ງຫາຍ ຫົວໜ້າຄະນະໂຄສະນາສຶກສາແຂວງຮ່າຕິ້ງ ຕ້ອນຮັບຄະນະ. ພາບ: ດິ່ງເຍີດ.

ເຖິງວ່າແຂວງສະຫວັນນະເຂດ ແລະແຂວງຮ່າຕິ້ງ ບໍ່ມີເສັ້ນຊາຍແດນຮ່ວມກໍ່ຕາມ, ແຕ່ວ່າສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສອງແຂວງຍາມໃດກໍ່ສະໜິດສະໜົມ, ມີການສົມທົບກັນ, ຊ່ວຍເຫຼືອເຊິ່ງກັນ ແລະກັນເປັນປະຈຳ. ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດເວົ້າລວມ ແລະສອງແຂວງເວົ້າສະເພາະ.

leftcenterrightdel
ຄະນະປະຕິບັດງານແຂວງສະຫວັນນະເຂດ ອວຍພອນປີໃໝ່ປະຈຳຊາດອົງຄະນະພັກ ແລະປະຊາຊົນແຂວງຮ່າຕິ້ງ. ພາບ: ດິ່ງເຍີດ.

ທ່ານ ຫວໍຮົ່ງຫາຍ ກໍ່ສົ່ງຄຳອວຍພອນອັນດີງາມເຖິງຄະນະປະຕິບັດງານແຂວງສະຫວັນນະເຂດ; ພ້ອມທັງປາດຖະໜາວ່າ, ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນສອງແຂວງ ນັບມື້ນັບຍາດມາໄດ້ຜົນງານຫຼາຍຢ່າງ, ກໍ່ສ້າງສາຍພົວພັນມິດຕະພາບ ຮ່າຕິ້ງ-ສະຫວັນນະເຂດ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ຄືສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ.

ໂດຍ: ສົມເພັດ