ທີ່ການແລກປ່ຽນກັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຫວຽດນາມ, ທ່ານ ຫງວຽນມິງຫວູ ຕາງໜ້າການນຳກະຊວງການຕ່າງປະເທດຫວຽດນາມ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ ພ້ອມກັບພະນັກງານ, ພາລະກອນສະຖານທູດລາວ ປະຈຳ ຫວຽດນາມ ທຸກຄົນເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ ລາວຄົບຮອບ 44 ປີ.

leftcenterrightdel
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນວັນດຽວກັນ, ຄະນະການນຳນະຄອນໂຮ່ຈີມິນ ນຳໂດຍທ່ານນາງ ຫວໍທິຢູງ, ຮອງເລຂາພັກນະຄອນໄດ້ໄປຢ້ຽມຢາມ ແລະອວຍພອນສະຖານກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳ ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ.

ໂດຍ: ສົມເພັດ