ທ່ານພັນເອກພິເສດ ຮວ່າງກວ໊ກແອ໊ງ, ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ແລະທ່ານພັນໂທ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນ 712 ເປັນປະທານຮ່ວມພິທີລົງນາມ. ທ່ານພັນເອກ ຫງວຽນຊວນແບ໊ກ, ຮອງຫົວໜ້າຫ້ອງການເມືອງທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມພິທີ.

leftcenterrightdel
ທ່ານພັນເອກພິເສດ ຮວ່າງກວ໊ກແອ໊ງ, ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1 ແລະທ່ານພັນໂທ ສັກສົມບັດ ແກ້ວສິດທິວົງສາ, ຫົວໜ້າການທະຫານໂຮງຮຽນທະຫານຊາຍແດນ 712 ເຊັນບົດບັນທຶກວ່າດ້ວຍການແຮກສ່ຽວ. ພາບ: ກວາງລອງ.

ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກ ຫງວຽນຊວນແບ໊ກ ປາດຖະໜາວ່າຜົນການຮ່ວມມືລະຫວ່າງກໍາລັງປ້ອງກັນຊາຍແດນສອງປະເທດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງສອງໂຮງຮຽນເວົ້າສະເພາະນັບມື້ນັບພັດທະນາ ແລະບັນລຸໄດ້ບັນດາຜົນງານຫຼາຍກວ່າອີກໂດຍສະເພາະແມ່ນວຽກງານສຶກສາ-ກໍ່ສ້າງ ແລະຍົກສູງຄຸນນະພາບການຮຽນ-ການສອນ.

ທ່ານພັນໂທ ສັກສົມບັດ ແກ້ວສິດທິວົງສາ ກໍ່ໄດ້ສົ່ງຄໍາຂອບໃຈອັນເລິກເຊິ່ງຕໍ່ການເອົາໃຈໃສ່ຂອງການນໍາກອງບັນຊາການທະຫານຊາຍແດນ ແລະຄະນະອໍານວຍການໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1. ທ່ານ ຫວັງວ່າ ສອງຝ່າຍຈະຍູ້ແຮງການພົວພັນຮ່ວມມືໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນໃນການບໍາລຸງສ້າງພະນັກງານ, ນັກຮຽນການທະຫານຂອງກອງທັບປະຊາຊົນລາວ ທີ່ສຶກສາຮໍ່າຮຽນຢູ່ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1....

ກ່ອນໜ້ານັ້ນ, ສອງຝ່າຍໄດ້ດໍາເນີນການພົບປະເຈລະຈາ, ແລກປ່ຽນບົດຮຽນກ່ຽວກັບວຽກງານສຶກສາ ແລະກໍ່ສ້າງ, ຍົກສູງຄຸນນະພາບການຮຽນ-ການສອນ ແລະທິດທາງແຜນການຮ່ວມມືໃນໄລຍະຈະມາເຖິງ...

ໂດຍ: ໄຊຊະນະ