leftcenterrightdel
ແມ່ຂາວ ຖິກໜື໋ຕື່ເຍິ໋ນ, ຮອງຫົວໜ້າຄະນະກຸສົນສັງຄົມສະມາຄົມພຸດທະສາສະໜາຫວຽດນາມ ນະຄອນໂຮ່ຈີມິນ ມອບຂອງຂວັນໃຫ້ແກ່ປະຊາຊົນລາວ. ພາບ: vov.vn.

ຢູ່ທີ່ນີ້, ຄະນະປະຕິບັດງານໄດ້ລົງຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ແລະມອບຂອງຂວັນ 1000 ພູດ ລວມມີໝີ່ສຳເລັດຮູບ ແລະເງິນສົດດ້ວຍມູນຄ່າທັງໝົດແມ່ນ 800 ລ້ານດ່ົງ ໂດຍການບໍລິຈາກຂອງບັນດາຜູ້ໃຈບຸນໃຈກຸສົນ ແລະພຸດທະສາສະນິກະຊົນຢູ່ນະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ.

leftcenterrightdel
ປະຊາຊົນຢູ່ເຂດນໍ້າຖ້ວມຮັບເອົາເຄື່ອງກູ້ຊ່ວຍ. ພາບ: vov.vn.
leftcenterrightdel
ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ລາວ ມອບຂອງຂວັນໃຫ້ແກ່ປະຊາຊົນລາວຢູ່ເຂດນໍ້າຖ້ວມ. ພາບ: vov.vn.

ບັນດາຂອງຂວັນດັ່ງກ່າວແມ່ນຄວາມຮັກ, ຈິດໃຈແບ່ງປັນຂອງປະຊາຄົມຕໍ່ຄວາມເສຍຫາຍຍ້ອນໄພທໍາມະຊາດກໍ່ຂຶ້ນໃຫ້້ແກ່ປະຊາຊົນລາວ, ຊ່ວຍໃຫ້ພໍ່ແມ່ປະຊາຊົນແກ້ໄຂຄວາມຫຍຸ້ງຍາກ, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິໂດຍໄວ, ພ້ອມທັງສະແດງຈິດໃຈສາມັກຄີ, ສະໜິດຕິດພັນ, ຮ່ວມທຸກຮ່ວມສຸກລະຫວ່າງສອງຊາດ ຫວຽດນາມ-ລາວ.

ໂດຍ: ທູຈາງ