leftcenterrightdel
ປະທານ ໂຮ່ຈີມິນ ຕ້ອນຮັບສະເດັດເຈົ້າ ສຸວັນນະ ພູມາ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກລາວ ມາຢ້ຽມຢາມຫວຽດນາມ (ວັນທີ 28 ສິງຫາ ປີ 1956). ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ປະທານ ໂຮ່ຈີມິນ ຕ້ອນຮັບທ່ານ ສຸພານຸວົງ ປະທານປະເທດລາວ ຢູ່​ເຂດ​ຕໍ່ຕ້ານ​ຫວຽດບັກ ໃນປີ 1958. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ປະທານ ໂຮ່ຈີມິນ ພ້ອມກັບເຈົ້າຊີວິດລາວ ສີສະຫວ່າງ ວັດທະນາ ໄປຢ້ຽມຢາມຫໍພິພິທະພັນປະຕິວັດຫວຽດນາມ ໃນວັນທີ 12 ມີນາປີ 1963. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ປະທານ ໂຮ່ຈີມິນ ຕ້ອນຮັບທ່ານ ໄກສອນ ພົມວິຫານ ຫົວໜ້າຄະນະຜູ້ແທນພັກ ແລະແນວລາວຮັກ ຊາດ ມາຢ້ຽມຢາມສັນທະວະໄມຕີຫວຽດນາມ ໃນປີ 1966 ຢ່າງອົບອຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ໃນການຢ້ຽມຢາມສັນທະວະໄມຕີລາວ ຢ່າງເປັນທາງການໃນລະຫວ່າງວັນທີ 15-18 ກໍລະກົດປີ 1977, ທ່ານ ເລຢວນ ເລຂາທິການໃຫຍ່ ແລະທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີຕາງໜ້າສູນກາງພັກ ແລະລັດຖະບານຫວຽດນາມ ມອບພາບແສ່ວກາບກອນຂອງປະທານ ໂຮ່ຈີມິນ ສີ່ປະໂຫຍກໃຫ້ແກ່ສູນກາງພັກ ແລະລັດຖະບານລາວ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ທ່ານ ໂຕນດຶກຖັງ ປະທານປະເທດຫວຽດນາມ ຕ້ອນຮັບຄະນະຜູ້ແທນພັກ, ລັດຖະບານລາວ ໂດຍທ່ານ ໄກສອນ ພົມວິຫານ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີລາວ ນໍາໜ້າມາຢ້ຽມຢາມສັນທະວະໄມຕີຫວຽດນາມ ໃນຕອນເຊົ້າວັນທີ 10 ກຸມພາປີ 1976. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ທ່ານ ເລຢວນ ເລຂາຜູ້ທີ 1 ຄະນະບໍລິຫານງານສູນກາງພັກແຮງງານຫວຽດນາມ ນໍາໜ້າຄະນະຜູ້ແທນພັກແຮງງານຫວຽດນາມ, ລັດຖະບານຫວຽດນາມ ໄປຢ້ຽມຢາມເຂດປົດປ່ອຍລາວ. (2-6 ພະຈິກ ປີ 1973). ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ວັນທີ 18 ກໍລະກົດປິ 1977, ຢູ່ນະຄອນຫຼວງວຽງຈັນ, ທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ໄກສອນ ພົມວິຫານ ນາຍົກລັດຖະມົນຕີລາວ ເຊັນສົນທິສັນຍາມິດຕະພາບ ແລະຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ລາວ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ຊ່ຽວຊານການທະຫານຫວຽດນາມ ແລະບັນດານັກຮົບລາວ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ເປັນປະທານຮ່ວມການທາບທາມຄໍາເຫັນປະຈໍາປີຂັ້ນລັດຖະມົນຕີການຕ່າງປະເທດ ຄັ້ງທີ 4 ລະຫວ່າງຫວຽດນາມ ແລະລາວ ໃນວັນທີ 6 ທັນວາ ປີ 2017. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ການນໍາສອງປະເທດທີ່ພິທີເປີດສັບປະດາວັດທະນະທໍາ-ການທ່ອງທ່ຽວລາວ ຢູ່ຫວຽດນາມ, ຕອນຄໍ່າວັນທີ 17 ກໍລະກົດ ປີ 2017 ຢູ່ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ພິທີຕ້ອນຮັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນຕອນເຊົ້າວັນທີ 19 ທັນວາປີ 2017 ຢູ່ນະຄອນຫຼວງຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.
leftcenterrightdel
ໃນການຢ້ຽມຢາມສັນທະວະໄມຕີລາວ ຢ່າງເປັນທາງການໃນວັນທີ 24 ກຸມພາ ປີ 2019, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດກ່ຽວກັບການກໍ່ສ້າງ ແລະຜັນຂະຫຍາຍທາງລົດໄຟ ຫວູ້ງອາງ-ວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ໃນການຢ້ຽມຢາມສັນທະວະໄມຕີລາວ ຢ່າງເປັນທາງການໃນວັນທີ 24 ກຸມພາ ປີ 2019, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຢ້ຽມຢາມກິດຈະກໍາກໍ່ສ້າງຫໍສະພາແຫ່ງຊາດລາວ-ຂອງຂວັນຈາກພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ ຢູ່ນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ທະຫານຊາຍແດນສອງປະເທດລາດຕະເວນຢູ່ຫຼັກໝາຍຊາຍແດນທີ 605 ຢູ່ຊາຍແດນ ຫວຽດນາມ-ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ໂດຍ: ຈາງຫງວຽນ