ທີ່ຫໍປະຊຸມຄະນະພັກແຂວງໆສາລະວັນ, ຄະນະປະຕິບັດງານຂອງອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ມີການພົບປະເຈລະຈາກັບການນຳອົງການໄອຍະການປະຊາຊົນແຂວງສາລະວັນ.

leftcenterrightdel
ຄະນະປະຕິບັດງານຖ່າຍຮູບເປັນທີ່ລະນຶກກັບອົງການໄອຍະການປະຊາຊົນແຂວງສາລະວັນ. ພາບ: ຈ້ອງບິ່ງ.

ທີ່ການພົບປະເຈລະຈາ, ສອງຝ່າຍເຊື່ອໝັ້ນວ່າໃນໄລຍະຈະມາເຖິງວຽກງານສົມທົບກັນໃນການຕໍ່ສູ້, ສະກັດກັ້ນ ແລະຕ້ານອາດຊະຍາກຳລະຫວ່າງອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ ແລະອົງການໄອຍະການປະຊາຊົນແຂວງສາລະວັນ ຈະບັນລຸໄດ້ຜົນສຳເລັດຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະຕ້ານອາດຊະຍາກຳຂ້າມຊາດຢ່າງມີປະສິດທິຜົນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງພື້ນຖານໝັ້ນຄົງເຂັ້ມແຂງໃຫ້ແກ່ການພັດທະນາດ້ານເສດຖະກິດ, ວັດທະນະທຳ, ສັງຄົມຂອງສອງທ້ອງຖິ່ນເວົ້າສະເພາະ ແລະຂອງສອງຊາດຫວຽດນາມ-ລາວ ເວົ້າລວມ.

leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈຳ ຄັ້ງທີ 2 ລະຫວ່າງອົງການໄອຍະການປະຊາຊົນແຂວງເທ່ືອທຽນເຫວ້ ແລະອົງການໄອຍະການປະຊາຊົນແຂວງສາລະວັນ. ພາບ: ຈ້ອງບິ່ງ.

ສິ້ນສຸດການເຈລະຈາ, ຕາງໜ້າການນຳສອງຝ່າຍໄດ້ດຳເນີນການລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຄັ້ງທີ 2 ລະຫວ່າງອົງການໄອຍະການປະຊາຊົນແຂວງສາລະວັນ ແລະອົງການໄອຍະການປະຊາຊົນແຂວງເທື່ອທຽນເຫວ້ - ແນໃສ່ຍົກສູງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນ ແລະເພີ່ມທະວີສາຍພົວພັນຮ່ວມມືນັບມື້ນັບມີປະສິດທິຜົນລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

ໂດຍ: ແສງເດືອນ