ຜ່ານການເຄື່ອນໄຫວແຮກສ່ຽວໄດ້ປະກອບສ່ວນຊຸກຍູ້ຂະບວນການ “ມະຫາຊົນປະຊາຊົນເຂົ້າຮ່ວມການຄຸ້ມຄອງເສັ້ນ ຊາຍແດນ, ຫຼັກໝາຍຊາຍແດນ,  ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນໝູ່ບ້ານ” ກໍ່ຄືເຄື່ອນໄຫວຢ່າງມີປະສິດທິຜົນນັບທັງລວງກວ້າງ ແລະລວງເລິກ. 15 ປີຜ່ານມາ, ປະຊາຊົນສອງບ້ານໄດ້ສົມທົບກັບບັນດາກໍາລັງສະເພາະກິດແຕ່ລະຝ່າຍຈັດຕັ້ງການລາດຕະເວນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນເຖິງ 30 ເທື່ອ, ດ້ວຍການເຂົ້າຮ່ວມຂອງປະຊາຊົນເກືອບ 300 ເທື່ອຄົນ. ຜ່ານນັ້ນ, ປະກອບສ່ວນຮັກສາສະຖຽນລະພາບ, ຄວາມເປັນລະບຽບ, ຄວາມປອດໄພຢູ່ເຂດຊຸມຊົນສອງຟາກຊາຍແດນ...

ການເຄື່ອນໄຫວແຮກສ່ຽວບ້ານ-ບ້ານ ຢູ່ສອງຟາກຊາຍແດນໄດ້ສ້າງສະພາບແວດລ້ອມຄວາມໝັ້ນຄົງ, ສະຖຽນລະພາບຢູ່ເຂດຊາຍແດນເພື່ອໃຫ້ປະຊາຊົນສອງບ້ານມີຄວາມອຸ່ນອ່ຽນໃຈອອກແຮງງານທຳການຜະລິດ, ພ້ອມກັນບືນຕົວຂຶ້ນພັດທະນາເສດຖະກິດ, ຜ່ານຜ່າຄວາມອຶດຫິວທຸກຍາກ, ຫຼ້າຫຼັງ. ນັບແຕ່ເມື່ອຮູບແບບແຮກສ່ຽວໄດ້ຮັບການຜັນຂະຫຍາຍ, ການພັດທະນາ ເສດຖະກິດຢູ່ບໍລິເວນມີຄວາມສະດວກຕື່ມອີກ. ໜຶ່ງໃນບັນດາປະສິດທິຜົນຕັ້ງໜ້າຈາກຮູບແບບນີ້ແມ່ນເລື່ອງປະຊາຊົນສອງຟາກຊາຍແດນຮ່ວມມືເປີດກວ້າງເນື້ອທີ່ປູກຕົ້ນໄມ້ອຸດສາຫະກໍາ, ກ້ວຍ, ມັນຕົ້ນ, ນໍາຕົ້ນໄມ້ປະເພດນີ້ກາຍເປັນຕົ້ນໄມ້ຕົ້ນຕໍໃນການພັດທະນາເສດຖະກິດທ້ອງຖິ່ນ.

leftcenterrightdel
ປະຊາຊົນສອງບ້ານກາຕັງ ແລະແດນສະຫວັນ ສົມທົບກັນກວດກາ, ປົກປັກຮັກສາຫຼັກໝາຍຊາຍແດນເປັນປະຈໍາ. ພາບ: ຟານເຟື໊ອກຈູງ.

ຜ່ານການແຮກສ່ຽວ, ປະຊາຊົນຫຼາຍຄົນຢູ່ບ້ານກາຕັງເວົ້າສະເພາະ ແລະເທດສະບານລາວບ໋າວ, ເມືອງເຮື໋ອງຮວ໋າ ເວົ້າລວມໄດ້ກ້າຮ່ວມມືກັບປະຊາຊົນເພື່ອນມິດລາວ ເພື່ອປູກກ້ວຍ, ປູກມັນຕົ້ນ, ປັບປຸງລາຍຮັບ. ປະຊາຊົນລາວ ມີທີ່ດິນ, ປະຊາຊົນຫວຽດນາມ ມີທຶນ, ເບ້ຍໄມ້ ແລະບົດຮຽນໃນການຜະລິດ, ຍ້ອນແນວນັ້ນ, ປະຊາຊົນສອງຝ່າຍຮ່ວມມືເພື່ອພ້ອມກັນມີຜົນປະໂຫຍດ. ຍ້ອນມີທະຫານຊາຍແດນ ແລະປະຊາຊົນບ້ານກາຕັງຊ່ວຍເຫຼືອເບ້ຍໄມ້, ປະຊາຊົນບ້ານແດນສະຫວັນ ໄດ້ຮູ້ບຸກເບີກປ່ຽນແປງໂຄງປະກອບຜົນລະປູກ ເພື່ອນໍາມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ.

ທ່ານ ສົມກັດ ຕີຍ້າວົງສາ, ນາຍບ້ານແດນສະຫວັນ, ເມືອງເຊໂປນ ໃຫ້ຮູ້ວ່າ, ຍ້ອນມີການຊ່ວຍເຫຼືອຂອງປະຊາຊົນ ແລະບັນດາຄະນະ, ຂະແໜງການຂອງຫວຽດນາມ, ສະນັ້ນປະຊາຊົນບ້ານແດນສະຫວັນ ໄດ້ມີການປ່ຽນແປງຫຼາຍຢ່າງ, ໃນນັ້ນພົ້ນເດັ່ນແມ່ນການປ່ຽນແປງກ່ຽວກັບຊີວິດການເປັນຢູ່ດ້ານເສດຖະກິດ. ຫຼາຍຄອບຄົວຂອງບ້ານແດນສະຫວັນໄດ້ຮູ້ວິທີເຮັດຟາມ, ປູກປ່າ, ກ້ວຍ ເພື່ອຍົກສູງລາຍຮັບ, ປະກອບສ່ວນເຮັດໃຫ້ການດໍາລົງຊີວິດຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ.

ພາຍຫຼັງເກືອບ 15 ປີແຫ່ງການປະຕິບັດ, ຮູບແບບ “ແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນ” ໄດ້ສ້າງການຫັນປ່ຽນທີ່ສໍາຄັນໃນຄວາມຮັບຮູ້ຂອງທຸກຂັ້ນ, ທຸກຂະແໜງການ ແລະປະຊາຊົນສອງຟາກຊາຍແດນ; ເສີມຂະຫຍາຍກໍາລັງແຮງຂອງທັງລະບົບການເມືອງໃນການກໍ່ສ້າງ, ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບຊາຍແດນຂອງແຕ່ລະປະເທດ.

ແຕ່ລະປີ, ທີມແພດໝໍທະຫານຊາຍແດນແຂວງ, ຂະແໜງສາທາລະນະສຸກເມືອງເຮື໋ອງຮວ໋າ ໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນກຸ້ມບ້ານແດນສະຫວັນ...

ໄລຍະທາງ 15 ປີເຖິງວ່າບໍ່ຍາວກໍ່ຕາມ, ແຕ່ພຶດຕິກໍາຕົວຈິງໄດ້ພິສູດໃຫ້ເຫັນວ່າ, ຮູບແບບ “ແຮກສ່ຽວບ້ານ-ບ້ານຢູ່ສອງຟາກຊາຍແດນ” ລະຫວ່າງບ້ານກາຕັງ ແລະແດນສະຫວັນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງຟາກຊາຍແດນ; ພ້ອມທັງມີຄວາມໝາຍຢ່າງແທດຈິງ, ປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບແບບພິເສດທີ່ມີມາແຕ່ດົນນານລະຫວ່າງສອງປະເທດຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ