ມາຢ້ຽມຢາມ, ອວຍພອນປີໃໝ່ບັນດາກົມກອງຂອງປະເທດເພື່ອນບ້ານ, ຕາງໜ້າຄະນະປະຕິບັດງານ, ທ່ານພັນເອກ ດິງຊວນຮຸ່ງ, ຮອງຫົວໜ້າການເມືອງທະຫານຊາຍແດນແຂວງກ໋ວາງບິ່ງ ໄດ້ສົ່ງຄຳອວຍພອນມາຍັງພະນັກງານ, ນັກຮົບຂອງບັນດາກົມກອງປ້ອງກັນຊາຍແດນປະເທດເພື່ອນບ້ານລາວ, ພ້ອມກັບຄອບຄົວ, ຍາດຕີພີ່ນ້ອງ ແລະພະນັກງານ, ປະຊາຊົນລາວອ້າຍນ້ອງເວົ້າລວມ ແລະສອງແຂວງສະຫວັນນະເຂດ ແລະຄຳມ່ວນ ເວົ້າສະເພາະ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດລາວ.

leftcenterrightdel
ທ່ານພັນເອກ ດິງຊວນຮຸ່ງ ຮອງຫົວໜ້າການເມືອງທະຫານຊາຍແດນແຂວງກ໋ວາງບິ່ງ ມອບຂອງຂວັນໃຫ້ແກ່ກອງບັນຊາການທະຫານແຂວງສະຫວັນນະເຂດ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດລາວ. ພາບ: ຮວ່າຍນາມ.

ການນຳບັນດາກົມກອງກຳລັງປະກອບອາວຸດຂອງສອງແຂວງສະຫວັນນະເຂດ ແລະຄຳມ່ວນ ຂອບໃຈອາລົມຈິດອັນລ້ຳຄ່າ, ຈິງໃຈຂອງກອງບັນຊາການທະຫານຊາຍແດນແຂວງກ໋ວາງບິ່ງ ທີ່ໄດ້ສະຫງວນໃຫ້ພະນັກງານ, ນັກຮົບ ແລະປະຊາຊົນລາວ; ພ້ອມທັງໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ບັນດາກົມກອງຂອງລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບທະຫານຊາຍແດນກ໋ວາງບິ່ງ ໃນການປະຕິບັດໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ກໍຄືເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງສອງກຳລັງ, ປະຊາຊົນສອງຟາກຊາຍແດນປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ.

ໂດຍ: ແສງເດືອນ