ຜັນຂະຫຍາຍການປູກໄມ້ໄຜ່ ຢູ່ເຂດຊາຍແດນຫວຽດນາມ - ລາວ
ກປ.ອອນໄລ - ຮູບແບບປູກໄມ້ໄຜ່ເພື່ອເອົາໜໍ່ໄມ້ ໄດ້ຮັບການຜັນຂະຫຍາຍ ໃຫ້ປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ, ປະກອບສ່ວນພັດທະນາການຫາເງິນລ້ຽງຊີບ, ຍົກສູງລາຍຮັບ, ປົກປັກຮັກສາສິ່ງແວດລ້ອມນິເວດ, ຮັດແໜ້ນນໍ້າໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງຊຸມຊົນຢູ່ເຂດຊາຍແດນ.
ຢູ່ຕາແສງເທື້ອງແຈກ ແລະ ກຸ່ມບ້ານໜອງມ້າ (ເມືອງບົວລະພາ, ແຂວງຄຳມ່ວນ, ລາວ), ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສົມທົບກັບພະແນກກະສິກຳ ແລະສິ່ງແວດລ້ອມ ຈັດຕັ້ງພິທີມອບ-ຮັບຮູບແບບປູກຕົ້ນໄມ້ໄຜ່ ເພື່ອເອົາໜໍ່ໄມ້ໃຫ້ແກ່ພໍ່ແມ່ຊາວເຜົ່າ ອາແຣມ, ມາກອງ ຢູ່ສອງຟາກຊາຍແດນ.
    |
 |
ການຜັນຂະຫຍາຍຮູບແບບປູກໄມ້ໄຜ່ ໄດ້ຮັບຄວາມຫວັງຈະແຜ່ຂະຫຍາຍໃນໄລຍະຈະມາເຖິງ, ສືບຕໍ່ປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ. ພາບ: baophapluat.vn |
ຮູບແບບດ້ວຍແນວພັນໄມ້ໄຜ່ 3.300 ຕົ້ນ ໄດ້ຜັນຂະຫຍາຍ ແນໃສ່ຫັນເນື້ອໃນລົງນາມແຮກສ່ຽວລະຫວ່າງກຸ່ມບ້ານຊຸມຊົນສອງຟາກຊາຍແດນ ລົງວັນທີ 22 ທັນວາ 2024 ເປັນລະອຽດ, ມຸ່ງໄປເຖິງເປົ້າໝາຍໜູນຊ່ວຍພໍ່ແມ່ປະຊາຊົນພັດທະນາການຫາເງິນລ້ຽງຊີບແບບຍືນຍົງ, ປົກປັກຮັກສາສິ່ງແວດລ້ອມນິເວດ ແລະຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.
    |
 |
ແນວພັນໄມ້ໄຜ່ເພື່ອເອົາໝໍ່ໄມ້ 3.300 ຕົ້ນ ມອບໃຫ້ພໍ່ແມ່ຊົນເຜົ່າສ່ວນນ້ອຍ ອາແຣມ, ມາກອງ ຂຶ້ນກັບຕາແສງເທື້ອງແຈກ ແລະກຸ່ມບ້ານໜອງມ້າ (ລາວ). ພາບ: baophapluat.vn |
ທີ່ພິທີ, ບັນດາຫົວໜ່ວຍໄດ້ຖ່າຍທອດເຕັກນິກໃນການປູກ ແລະບົດລະບັດຕົ້ນໄມ້ໄຜ່ ແລະໜູນຊ່ວຍຝຸ່ນທີ່ເໝາະສົມກັບດິນຟ້າອາກາດ ແລະສະພາບທີ່ດິນຂອງທ້ອງຖິ່ນ. ພະນັກງານເຕັກນິກ ໄດ້ແນະນຳປະຊາຊົນໂດຍກົງກ່ຽວກັບວິທີການກໍ່ສ້າງຮູບແບບປູກໄມ້ໄຜ່ ຕາມມາດຕະຖານ.
ຜູ້ຕາງໜ້າອໍານາດການປົກຄອງທ້ອງຖິ່ນ ແລະປະຊາຊົນກຸ່ມບ້ານໜອງມ້າ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ, ຕີລາຄາສູງຕໍ່ການໜູນຊ່ວຍທີ່ແທດຈິງ ແລະຄວາມໝາຍອັນຍາວນານຂອງຮູບແບບດັ່ງກ່າວ.
    |
 |
ທ່ານພັນເອກ ໂຮ່ຟູວີງ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນແຂວງກວາງຈິ ແລະການນໍາພະແນກະສິກໍາ ແລະສິ່ງແວດລ້ອມແຂວງກວາງຈິ ມອບແນວພັນໄມ້ໄຜ່ໃຫ້ແກ່ປະຊາຊົນກຸ່ມບ້ານໜອງມ້າ (ລາວ). ພາບ: baophapluat.vn |
ການຜັນຂະຫຍາຍຮູບແບບດັ່ງກ່າວ ຄາດວ່າຈະຂະຫຍາຍໃນໄລຍະຈະມາເຖິງ, ສືບຕໍ່ປະກອບສ່ວນປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ສ້າງຄວາມສະຖຽນລະພາບຢູ່ເຂດຊາຍແດນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດຈອດກັນຂອງສອງປະເທດ.
ໂດຍ: ທູຈາງ