ເປີດສັງກາດຮ່ວມມືດີຈີຕອນ ຫວຽດນາມ-ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະລາວ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາຫົວເລື່ອງສະເພາະຊຸກຍູ້ການເຄື່ອນໄຫວການຄ້າເອເລັກໂຕນິກຂ້າມຊາດ ຫວຽດນາມ-ລາວ ດ້ວຍຫົວຂໍ້ວ່າ “ຮ່ວມເດີນທາງພ້ອມກັບວິສາຫະກິດໃນສັງກາດດີຈີຕອນ”.
ເຫດການດັ່ງກ່າວໄດ້ເຕົ້າໂຮມຜູ້ແທນລວມທັງຜູ້ວາງແຜນນະໂຍບາຍ, ນັກຊ່ຽວຊານ ແລະການນຳວິສາຫະກິດສອງປະເທດ, ຂີດໝາຍບາດກ້າວສຳຄັນໃນການຫັນຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດດີຈີຕອນໃຫ້ປະກົດຜົນເປັນຈິງ.
    |
 |
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ກ່າວຄຳເຫັນໄຂທີ່ກອງປະຊຸມສຳມະນາ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່າວຄຳເຫັນໄຂ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງການຄ້າເອເລັກໂຕນິກໃນສະພາບການພົວພັນຮ່ວມມືແບບພິເສດ ຫວຽດນາມ-ລາວ; ພ້ອມທັງກໍ່ຢືນຢັນວ່າການຄ້າເອເລັກໂຕນິກຂ້າມຊາດແມ່ນເສັ້ນທາງສັ້ນທີ່ສຸດ ແລະມີປະສິດທິຜົນທີ່ສຸດເພື່ອໃຫ້ວິສາຫະກິດສອງປະເທດ, ພິເສດແມ່ນວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ, ສາມາດນຳຜະລິດຕະພັນ, ສິນຄ້າຂອງຕົນໄປສູ່ຜູ້ບໍລິໂພກຂອງຕະຫຼາດບ້ານໃກ້ເຮືອນຄຽງ, ຜ່ານຜ່າຮົ້ວກີດຂວາງດ້ານພູມສາດ ແລະຄ່າໃຊ້ຈ່າຍ.
ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມ ແລະລາວ ໄດ້ສະເໜີບົດບາດຂອງພື້ນຖານດີຈີຕອນ, ແມ່ນເສົາຄໍ້າຫຼັກຂອງລະບົບນິເວດການຄ້າເອເລັກໂຕນິກ ແລະຢືນຢັນຄວາມສຳຄັນຂອງພື້ນຖານໂຄງລ່າງໃນການເຊື່ອມຕໍ່ສິນຄ້າລະຫວ່າງສອງປະເທດ.
ຈຸດພົ້ນເດັ່ນດ້ານເຕັກໂນໂລຢີທີ່ກອງປະຊຸມສຳມະນາຄັ້ງນີ້ແມ່ນເຫນການເປີດຕົວ E-wallets, ເຊິ່ງແມ່ນມາດຕະການຄາດວ່າຈະປະກອບສ່ວນສ້າງການຊໍາລະເງິນລະຫວ່າງຫວຽດນາມ ແລະລາວ ຢ່າງສະດວກ.
ໂດຍ: ເຈິ່ນຮວ່ຽນ