ນໍ້າໃຈສາມັກຄີແບບພິເສດ ຫວຽດນາມ-ລາວ
ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມ (18-07-1977 /18-07-2025), ໜັງສືພິມປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃນພາລະກິດປັກປັກຮັກສາ ແລະພັດທະນາປະເທດຊາດຂອງສອງຊາດ.
    |
 |
ບົດຂຽນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລາວ-ຫວຽດນາມ” ທີ່ໄດ້ເອົາລົງໃນວັນທີ 18 ກໍລະກົດ ຂອງໜັງສືພິມປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ບົດຂຽນທີ່ໄດ້ລົງໃນວັນທີ 18 ກໍລະກົດ ຂອງໜັງສືພິມປະເທດລາວ - ອົງການກະບອກສຽງຂອງຂ່າວສານປະເທດລາວ - ມີຫົວຂໍ້ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລາວ-ຫວຽດນາມ”. ບົດຂຽນໄດ້ຢັ້ງຢືນສາຍພົວພັນອັນສະໜິດແໜ້ນ, ຄວາມສາມັກຄີ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງສອງຊາດທີ່ມີມາແຕ່ດົນນານໄດ້ຮັບການປັບປຸງ ແລະພັດທະນາກາຍເປັນສາຍພົວພັນສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໂດຍການນຳລຸ້ນຕ່າງໆຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ແລະກາຍເປັນມໍລະດົກອັນລໍ້າຄ່າຂອງສອງຊາດ.
ໃນບົດຂຽນໜຶ່ງທີ່ໄດ້ເອົາລົງໃນວັນດຽວກັນ, ດ້ວຍຫົວຂໍ້ທີ່ວ່າ “ສາຍພົວພັນລາວ-ຫວຽດນາມ ແມ່ນສາຍພົວພັນແບບພິເສດມີລັກສະນະພິເສດ”, ໄດ້ຢັ້ງຢືນວ່າ ໃນປະຫວັດສາດການພົວພັນສາກົນ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແມ່ນແບບຢ່າງທີ່ຫາກຍາກ, ປະກອບສ່ວນສຳຄັນເຂົ້າໃນພາລະກິດຕໍ່ສູ້ຍາດເອົາເອກະລາດ ກໍຄືຂະບວນວິວັດແຫ່ງການສ້າງສາ ແລະພັດທະນາປະເທດຊາດຂອງສອງຊາດ. ບົດຂຽນໄດ້ຄັດສະເໜີຄຳສັ່ງສອນຂອງປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ທີ່ຢັ້ງຢືນສາຍພົວພັນ ລາວ-ຫວຽດນາມ ແມ່ນແບບຢ່າງອັນໃສແຈ້ງກ່ຽວກັບນ້ຳໃຈສາກົນກຳມະຊີບ, ພິເສດ, ຍາວນານ ແລະຮອບດ້ານ. ສາຍພົວພັນນີ້ໄດ້ການນຳລຸ້ນຕ່າງໆຂອງສອງປະເທດສືບຕໍ່ຖະໜຸຖະໜອມ ແລະເສີມຂະຫຍາຍ, ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ຮອບດ້ານ ແລະຍືນຍົງໃນຍຸກສະໄໝໃໝ່.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ