ຊຸກຍູ້ການຮ່ວມມືໃນວຽກງານກວດສອບ ນະຄອນໂຮ່ຈີມິນ-ລາວ
ກປ.ອອນໄລ - ຕອນບ່າຍວັນທີ 18 ກໍລະກົດ, ສະຫາຍ ຫງວຽນວັນຢຸງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງອົງການກວດສອບແຫ່ງລັດລາວ ນໍາໂດຍສະຫາຍ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດລາວ.
ທີ່ການຕ້ອນຮັບ, ສະຫາຍ ຫງວຽນວັນຢຸງ ຢືນຢັນວ່າ ນະຄອນໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດໃຫ້ການພົວພັນກັບທ້ອງຖິ່ນລາວ ແລະບັນດາກະຊວງ, ຂະແໜງການສູນກາງລາວ, ໃນນັ້ນມີອົງການກວດສອບແຫ່ງລັດລາວ.
    |
 |
ສະຫາຍ ຫງວຽນວັນຢຸງ ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ມອບຂອງທີ່ລະນຶກໃຫ້ແກ່ສະຫາຍ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດລາວ. ພາບ: sggp.org.vn |
ສະຫາຍ ຫງວຽນວັນຢຸງ ຖືວ່າ ການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ແມ່ນໂອກາດ ເພື່ອໃຫ້ສອງຝ່າຍສາມາດແບ່ງປັນ, ຖອດຖອນບົດຮຽນເຊິ່ງກັນ ແລະກັນກ່ຽວກັບບົດຮຽນພຶດຕິກໍາຕົວຈິງໃນວຽກງານກວດສອບ, ຄຸ້ມຄອງການເງິນພາກລັດ, ໂປ່ງໃສງົບປະມານ ແລະເພີ່ມທະວີການເຊື່ອມຕໍ່, ການຮ່ວມມືລະຫວ່າງອົງການທີ່ກ່ຽວຂ້ອງສອງປະເທດຢູ່ຂັ້ນທ້ອງຖິ່ນ. ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມຂອງສະຫາຍ ວຽງທະວີສອນ ເທບພະຈັນ ແລະຄະນະຜູ້ແທນຂັ້ນສູງອົງການກວດສອບແຫ່ງລັດລາວ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳສອງພັກ, ສອງລັດ ແລະປະຊາຊົນສອງປະເທດລຸ້ນຕ່າງໆ.
ສ່ວນສະຫາຍ ວຽງທະວີສອນ ເທບພະຈັນ ຖືວ່າ ການປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງນະຄອນໂຮ່ຈີມິນ ມີການຮ່ວມເດີນທາງຂອງອົງການກວດສອບແຫ່ງລັດຫວຽດນາມ, ເຊິ່ງລະອຽດແມ່ນອົງການກວດສອບແຫ່ງລັດ ເຂດ IV ຂອງຫວຽດນາມ. ແນໃສ່ເພີ່ມທະວີວຽກງານວິຊາການດ້ານການກວດສອບ, ສະຫາຍ ວຽງທະວີສອນ ເທບພະຈັນ ຫວັງວ່າໃນໄລຍະຈະມາເຖິງ, ລາວ ຈະສົ່ງພະນັກງານ, ລັດຖະກອນກວດສອບຂອງລາວ ໄປຝຶກອົບຮົມຢູ່ນະຄອນໂຮ່ຈີມິນ ແລະຈະໄດ້ຮັບຄວາມເອົາໃຈໃສ່, ໜູນຊ່ວຍຂອງຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ກໍ່ຄືພະແນກ, ຄະນະ, ຂະແໜງການທີ່ກ່ຽວຂ້ອງຂອງນະຄອນ.
ໂດຍ: ເຈິ່ນຮວ່ຽນ