ທີ່ການພົບປະ, ທ່ານ ຫງວຽນແທງງີ້ ໄດ້ສົ່ງພອນໄຊອັນປະເສີດມາຍັງທ່ານ ພອນສີ ບຸນມີໄຊ ຫົວໜ້າກົງສູນໃຫຍ່ລາວ ປະຈຳນະຄອນໂຮ່ຈີມິນ, ພ້ອມທັງຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້ໃນ 70 ປີຜ່ານມາ. ທ່ານ ຫງວຽນແທງງີ້ ເນັ້ນໜັກວ່າ ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ໃນນັ້ນມີສາຍພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ 4 ທ້ອງຖິ່ນແຮກສ່ຽວຂອງລາວ, ຄື: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະແຂວງຫົວພັນ.

leftcenterrightdel
ທ່ານ ຫງວຽນແທງງີ້, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນໂຮ່ຈີມິນ ອວຍພອນສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ. ພາບ: ບາວເຟືອງ.

ທ່ານ ຫງວຽນແທງງີ້ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ຈະສືບຕໍ່ຍາດໄດ້ບັນດາຜົນງານອັນໃໝ່ຫຼາຍຢ່າງ ແລະໃຫຍ່ຫຼວງກວ່າອີກໃນພາລະກິດປ່ຽນແປງໃໝ່ປະເທດຊາດ.

ເນື່ອງໃນໂອກາດນີ້, ທ່ານ ພອນສີ ບຸນມີໄຊ ໄດ້ສະແດງຄວາມເຄົາລົບນັບຖືຢ່າງສູງຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່ໃນການຕໍ່ສູ້ຍາດເອົາເອກະລາດ ແລະທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດຊາດໃນປະຈຸບັນ.

ທ່ານ ພອນສີ ບຸນມີໄຊ ຂອບໃຈນະຄອນໂຮ່ຈີມິນ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງແທດຈິງແກ່ບັນດາທ້ອງຖິ່ນຂອງລາວ ໃນຕະຫຼອດໄລຍະຜ່ານມາ. ທ່ານ ຫວັງວ່າ ການນຳນະຄອນໂຮ່ຈີມິນ ຈະສືບຕໍ່ສະຫງວນໃຫ້ການໜູນຊ່ວຍ, ຊ່ວຍເຫຼືອບັນດາທ້ອງຖິ່ນຂອງລາວ. ຜ່ານນັ້ນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

ໂດຍ: ຈາງຫງວຽນ