ກ່າວຄຳເຫັນທີ່ລາຍການ, ສະຫາຍນາງ ກ່ຽວທິຮັ່ງຟຸກ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາຫຼວງພະບາງ ປາດຖະໜາວ່າ ຜ່ານການເຄື່ອນໄຫວຄັ້ງນີ້ສາມາດປະກອບສ່ວນໜູນຊ່ວຍປະຊາຊົນແຂວງຜົ້ງສາລີ ຍົກສູງສຸຂະພາບ. ຄຽງຂ້າງນັ້ນ, ລາຍການຍັງປະກອບສ່ວນໃຫ້ສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ.

leftcenterrightdel
ຄະນະປະຕິບັດງານ ມອບຂອງຂວັນໃຫ້ແກ່ປະຊາຊົນແຂວງ ຜົ້ງສາລີ (ລາວ). ພາບ: ເລິມຫາຍ

ສະຫາຍນາງ ກ່ຽວທິຮັ່ງຟຸກ ສະແດງຄວາມຂອບອົກຂອບໃຈສະຫະພັນຊາວໜຸ່ມຫວຽດນາມ, ບັນດາຫົວໜ່ວຍຂຶ້ນກັບສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ,  ສະມາຄົມແພດໝໍໜຸ່ມຫວຽດນາມ ທີ່ໄດ້ເຂົ້າຮ່ວມລາຍການ, ຊ່ວຍເຫຼືອປະຊາຊົນແຂວງຜົ້ງສາລີ. ທີ່ລາຍການ, ບັນດາແພດໝໍທີ່ມີປະສົບການທີ່ມາຈາກສະມາຄົມແພດໝໍໜຸ່ມຫວຽດນາມ ໄດ້ກວດພະຍາດທົ່ວໄປ, ກວດຫາພະຍາດທີ່ມີຄວາມສ່ຽງ ແລະແຈກຢາຍຢາພ້ອມກັບຜະລິດຕະພັນສົ່ງເສີມສຸຂະພາບໂດຍບໍ່ເສຍຄ່າ; ມອບຂອງຂວັນ 300 ກວ່າຜູດໃຫ້ແກ່ປະຊາຊົນ.

leftcenterrightdel
ແພດໝໍ ກວດພະຍາດໂດຍບໍ່ເສຍຄ່າ ຊ່່ວຍໃຫ້ປະຊາຊົນແຂວງ ຜົ້ງສາລີ (ລາວ). ພາບ: ເລິມຫາຍ

ຕາມການນຳຂອງສະຫະພັນຊາວໜຸ່ມຫວຽດນາມ ແລ້ວ, ໂດຍຕອບສະໜອງເດືອນຊາວໜຸ່ມ ແລະລາຍການ “ເດືອນມີນາຢູ່ເຂດຊາຍແດນ”, ແຕ່ວັນທີ 14-19 ມີນາ, ຄະນະປະຕິບັດງານຂອງສູນກາງສະຫະພັນ ຍັງຈັດຕັ້ງລາຍການ “ຂ້າພະເຈົ້າຮັກປະເທດຊາດ” ຢູ່ດ່ານຊາຍແດນສາກົນໄຕຈາງ ແລະ ໄປກວດ, ປິ່ນປົວພະຍາດ ໂດຍບໍ່ເສຍຄ່າຢູ່ 2 ແຂວງຂອງລາວ. ລາຍການແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງຂອງໄວໜຸ່ມຫວຽດນາມ ໃນວຽກງານອາສາສະໝັກ, ຮັບປະກັນຊີວິດສັງຄົມ ແລະປົກປັກຮັກສາອະທິປະໄຕເຂດຊາຍແດນ. ນີ້ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຊາວໜຸ່ມສະແດງຄວາມຮັບຜິດຊອບຕໍ່ປະຊາຄົມເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ.

ໂດຍ: ທູຈາງ