ເມື່ອຕອບຄຳຖາມກ່ຽວກັບຄວາມໝາຍ, ຄວາມສໍາຄັນຂອງການກໍາເນີດຂອງພັກປະຊາຊົນປະຕິວັດ ລາວ ຕໍ່ກັບພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ກໍຄື ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດ ລາວ, ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາວ ຢັ້ງຢືນວ່າ ການກໍາເນີດຂອງພັກກອມມູນິດອິນດູຈີນ ໃນວັນທີ 3 ກຸມພາ 1930 ໄດ້ຊ່ວຍໃຫ້ການຕໍ່ສູ້ຂອງປະຊາຊົນສາມປະເທດອິນດູຈີນ ເວົ້າລວມ, ຂອງປະຊາຊົນລາວ ເວົ້າສະເພາະ, ມີບາດກ້າວພັດທະນາໃໝ່, ສ້າງປະຖົມປັດໄຈໃຫ້ແກ່ການສ້າງຕັ້ງອົງຄະນະພັກແຄວ້ນລາວ ໃນປີ 1934, ກ້າວໄປເຖິງການນໍາພາຍາດເອົາໄຊຊະນະໃນປີ 1945 ແລະປະກາດ ເອກະລາດ ໃນວັນທີ 12 ຕຸລາ 1945.

ຮອດປີ 1951, ກອງປະຊຸມພັກກອມມູນິດອິນດູຈີນ ໄດ້ຕົກລົງໃຫ້ສາມປະເທດ ລາວ-ຫວຽດນາມ-ກໍາປູເຈຍ ສ້າງຕັ້ງພັກສະເພາະຂອງຕົນ. ພາຍຫຼັງໄລຍະກະກຽມ ແລະບົນພື້ນຖານການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປະຕິວັດຢູ່ລາວ, ບວກກັບໄຊຊະນະ ດ້ຽນບຽນຝູ ທີ່ດັງກ້ອງກັງວານໄປທົ່ວໂລກ ໃນປີ 1954, ພວກລ່າເມືອງຂຶ້ນຝຣັ່ງ ຖືກປະລາໄຊ ແລະຕ້ອງຍອມເຊັນສັນຍາເຊີແນວ, ມອບຄືນພື້ນຖານເອກະລາດໃຫ້ແກ່ສາມປະເທດອິນດູຈີນ, ສ້າງເງື່ອນໄຂອັນສໍາຄັນໃຫ້ແກ່ການກໍາເນີດຂອງພັກປະຊາຊົນປະຕິວັດ ລາວ ໃນວັນທີ 22 ມີນາ 1955 ເພື່ອສືບຕໍ່ນໍາພາພາລະກິດປະຕິວັດປົດປ່ອຍປະເທດ, ຍາດເອົາເອກະລາດແຫ່ງຊາດໃຫ້ແກ່ປະຊາຊົນລາວ.

ພັກປະຊາຊົນ ລາວ ໄດ້ປ່ຽນຊື່ເປັນພັກປະຊາຊົນປະຕິວັດ ລາວ ທີ່ກອງປະຊຸມໃຫຍ່ ຄັ້ງທີ II ປີ 1972, ນໍາພາປະຊາຊົນ ລາວ ຕໍ່ສູ້ຢ່າງພິລະອາດຫານ ເພື່ອຂັບໄລ່ພວກຈັກກະພັດເຂົ້າມາຮຸກຮານ ແລະຍາດໄດ້ໄຊຊະນະ, ປົດປ່ອຍປະເທດຢ່າງສົມບູນ, ສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2 ທັນວາ 1975, ກໍ່ສ້າງຊີວິດໃໝ່ທີ່ສົດໃສ, ເປີດສັງກາດໃໝ່ທີ່ເປັນເຈົ້າຂອງປະເທດ. ສາມາດເວົ້າໄດ້ວ່າ, ການກໍາເນີນຂອງພັກປະຊາຊົນປະຕິວັດ ລາວ ໄດ້ນໍາເອົາແສງສະຫວ່າງຂອງລັດທິມາກ-ເລນິນ, ຂອງລັດທິສາກົນກໍາມະຊີບ ເປັນເຂັມທິດໃຫ້ແກ່ການຕໍ່ສູ້, ສະແດງໃຫ້ເຫັນຄວາມສະໜິດຕິດພັນຂອງປະຊາຊົນສາມປະເທດອິນດູຈີນ ທີ່ຮ່ວມຂຸມຄອງດຽວກັນ, ຊ່ວຍກັນຍາດເອົາພື້ນຖານເອກະລາດມາໃຫ້ປະຊາຊົນສາມປະເທດອິນດູຈີນ.

leftcenterrightdel
ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ລາວ ໃຫ້ສໍາພາດຕໍ່ສື່ມວນຊົນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ ຮອງປະທານສະພາແຫ່ງຊາດລາວ ຖືວ່າ ໄລຍະ 20 ປີແຫ່ງການຕໍ່ ສູ້ຕ້ານຈັກກະພັດອາເມລິກາ ແມ່ນໄລຍະຕໍ່ສູ້ອັນດຸເດືອດ ແລະລໍາບາດກາກກໍາທີ່ສຸດ ແຕ່ພາຍໃຕ້ການນໍາພາອັນຖືກຕ້ອງ, ສະຫຼາດສ່ອງໃສຂອງພັກ, ກໍາລັງປະຕິວັດລາວ ໄດ້ມີຍຸດທະວິທີຢ່າງມີໄຫວພິບ, ເຂົ້າຮ່ວມລັດຖະບານປະສົມ 3 ຄັ້ງ ໃນປີ 1957, 1962 ແລະ 1973 ແລະໝັ້ນຄົງເຂັ້ມແຂງກວ່າພາຍຫຼັງແຕ່ລະຄັ້ງ. ພາຍຫຼັງປະເທດລາວ ໄດ້ຮັບການປົດປ່ອຍ, ພັກປະຊາຊົນປະຕິວັດ ລາວ ໄດ້ນໍາພາປະເທດລາວ ຮໍາບາດແຜສົງຄາມ, ເລີ່ມຕົ້ນການກໍ່ສ້າງພື້ນຖານເສດຖະກິດຕາມ ແຜນການ.

ພັກ ເປັນຜູ້ລິເລີ່ມ ແລະນໍາພາພາລະກິດປ່ຽນແປງໃໝ່ຮອບດ້ານ, ມີຫຼັກການຂອງພັກ ທີ່ກອງປະຊຸມໃຫຍ່ ຄັ້ງທີ IV ປີ 1986 ແລະສືບຕໍ່ມາຮອດປັດຈຸບັນ, ຊ່ວຍລາວ ຮັກສາສະຖຽນລະພາບດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ເສດຖະກິດສືບຕໍ່ພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ. ລາວ ມີເພື່ອນມິດທັງໃກ້ ແລະໄກ ນັບມື້ນັບຫຼາຍ, ບົດບາດ ແລະຖານະທີ່ຕັ້ງຂອງລາວ ນັບມື້ນັບໄດ້ຮັບການຍົກສູງຂຶ້ນຢູ່ພາກພື້ນ ແລະສາກົນ.

ກ້າວສູ່ໄລຍະໃໝ່, ເມື່ອລາວ ໄດ້ຮັບຜົນກະທົບຈາກການຜັນແປທີ່ສັບສົນຂອງສະພາບການພາກພື້ນ ແລະສາກົນ, ບວກກັບພະຍາດໂຄວິດ-19, ໄພພິບັດທາງທໍາມະຊາດ..., ພັກປະຊາຊົນປະຕິວັດ ລາວ ໄດ້ນໍາພາ, ຊີ້ນໍາປະຕິບັດສໍາເລັດສອງໂຄງການດໍາເນີນງານແຫ່ງຊາດ ຢ່າງທັນການ, ລວມມີໂຄງການດໍາເນີນງານແຫ່ງຊາດ ແກ້ໄຂບັນຫາຫຍຸ້ງຍາດດ້ານເສດຖະກິດ-ການເງິນ ແລະໂຄງການດໍາເນີນງານແຫ່ງຊາດສະກັດກັ້ນ ແລະຕ້ານຢາເສບຕິດ ແຕ່ປີ 2021. ຫວ່າງແລ້ວນີ້, ສູນກາງພັກ ໄດ້ປະກາດໃຊ້ມະຕິ ວ່າດ້້ວຍການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະມະຕິ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ, ສ້າງການຫັນປ່ຽນຢ່າງຕັ້ງໜ້າ ແລະເລິກເຊິ່ງ, ນໍາປະເທດ ລາວ ກ້າວຂຶ້ນເສັ້ນທາງສັງຄົມນິຍົມ ຢ່າງໝັ້ນຄົງ.

ແບ່ງປັນກ່ຽວກັບການຮ່ວມມືຢ່າງແໜ້ນແຟ້ນ, ສະໜິດຕິດພັນລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ ແລະຄວາມໝາຍຂອງການພົວພັນນີ້ຕໍ່ກັບພາລະກິດປະຕິວັດຂອງສອງປະເທດ ຫວຽດນາມ ແລະລາວ, ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ລາວ ເນັ້ນໜັກວ່າ ສອງປະເທດ ລາວ ແລະ ຫວຽດນາມ ຍາມໃດກໍມີຄວາມເອກອ້າງທະນົງໃຈ ຍ້ອນວ່າໃນຕະຫຼອດຫຼາຍທົດສະວັດທີ່ຜ່ານມາ, ປະຊາຊົນສອງປະເທດ ຍາມໃດກໍສະໜິດຕິດພັນຢ່າງແໜ້ນແຟ້ນ. ນັບແຕ່ເມື່ອມີ ພັກກອມມູນິດອິນດູຈີນ, ພາລະກິດປະຕິວັດຂອງສອງປະເທດ ລາວ-ຫວຽດນາມ ໄດ້ສະໜິດຕິດແໜ້ນນໍາກັນ, ຮ່ວມຂຸມຄອງດຽວກັນ ຕໍ່ສູ້ຕ້ານສັດຕູໂຕດຽວກັນ, ຍາມໃດກໍພ້ອມແລ້ວທີ່ຈະເສຍສະຫຼະເພື່ອກັນ.

ລາວ ແລະຫວຽດນາມ ຍາມໃດກໍ່ເອກອ້າງທະນົງໃຈກັນວ່າ ພັກປະຊາຊົນ ປະຕິວັດລາວ ແລະພັກກອມມູນິດຫວຽດນາມ ມີຕົ້ນກໍາເນີດແມ່ນມາຈາກພັກກອມມູນິດອິນດູຈີນ ໂດຍ ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ເປັນຜູ້ກໍ່ຕັ້ງ ໃນປີ 1930. ນັບແຕ່ນັ້ນມາ, ສອງພັກ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຂັບໄລ່ພວກລ່າເມືອງຂຶ້ນ ໃນຫຼາຍທົດສະວັດ ແລະຍາດໄດ້ໄຊຊະນະຢ່າງສົມບູນ ໃນປີ 1975. ນັບແຕ່ ລາວ ໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975, ໃນຕະຫຼອດ 50 ປີຜ່ານມາ, ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ສືບຕໍ່ສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນບົນຈິດໃຈ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍແບ່ງປັນກັນ” ເພື່ອຈັບມື ພ້ອມກັນກ້າວໄປຂ້າງໜ້າ.

ເນື່ອງໃນໂອກາດສະເຫຼິີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 70 ປີ ແລະວັນຊາດ ລາວ ຄົບຮອບ 50 ປີ ແລະປະຊາຊົນຫວຽດນາມ ກໍຈະຈັດຕັ້ງພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ, ທ້ອນໂຮມປະເທດຊາດ ເປັນເອກະພາບຄົບຮອບ 50 ປີ, ຕາງໜ້າພັກ, ລັດ ແລະປະຊາຊົນລາວ ບັນດາເຜົ່າ, ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ ສະແດງຄວາມຮູ້ບຸນຄຸນ ແລະເຄົາລົບນັບຖືພິເສດຕໍ່ສໍາພັນສູ້ຮົບ ລາວ-ຫວຽດນາມ ແລະຈະບໍ່ຫຼົງລື່ມການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກຫວຽດນາມ, ທະຫານລຸງໂຮ່ ທີ່ໄດ້ຊ່ວຍເຫຼືອການປະຕິວັດລາວ ແລະຖືລາວ ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງຕົນ.

ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ຢັ້ງຢືນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບບັນດາສະຫາຍຫວຽດນາມ ຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງ ປະເທດ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ຄື ດັ່ງຄໍາກອນຂອງປະທານ ໂຮ່ຈີມິນ ທີ່ວ່າ: “ສອງຊາດ ລາວ - ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້”. ທ່ານນາງ ສູນທອນ ໄຊຍະຈັກ ກໍສົ່ງພອນໄຊອັນປະເສີດ ແລະອວຍພອນໃຫ້ພັກກອມມູນິດຫວຽດນາມ, ລັດ ແລະປະຊາຊົນຫວຽດນາມ ອ້າຍນ້ອງ ປະສົບຜົນສໍາເລັດໃນພາລະກິດສ້າງສາປະເທດຫວຽດນາມ ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ ແລະສະເໝີພາບ, ກ້າວໄປເຖິງຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ພັກກອມມູນິດຫວຽດນາມ ປະສົບຜົນສຳເລັດ.

ໂດຍ: ໄຊຊະນະ