ທີ່ພິທີ, ສອງຝ່າຍໄດ້ແນະນຳສະພາບການເສດຖະກິດ-ສັງຄົມ ແລະຄວາມສາມາດບົ່ມຊ້ອນພັດທະນາຂອງແຕ່ລະທ້ອງຖິ່ນ. ບົນພື້ນຖານນັ້ນ, ສອງແຂວງໄດ້ລົງນາມໃນຂໍ້ຕົກລົງຮ່ວມມືສອງຝ່າຍໃນ 9 ຂົງເຂດ, ລະອຽດແມ່ນ: ກ່ຽວກັບການແລກປ່ຽນຄະນະຜູ້ແທນ; ການຮ່ວມມືມິດຕະພາບ, ການພົບປະແລກປ່ຽນປະຊາຊົນ; ການຄ້າ ແລະການລົງທຶນ; ການສຶກສາ ແລະການຝຶກອົບຮົມ; ກະສິກຳ; ສາທາລະນະສຸກ; ວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະຖະແຫຼງຂ່າວ-ສື່ສານ; ວຽກງານປ້ອງກັນ, ຕ້ານອາດຊະຍາກຳການຄ້າຢາເສບຕິດ; ວຽກງານຕ່າງປະເທດທ້ອງຖິ່ນ.

leftcenterrightdel
ບັນຍາກາດທີ່ພິທີລົງນາມ. ພາບ: nhandan.vn

ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງກົງຖາຍ ຮອງປະທານຄະນະກຳມະການປະຊາຊົນແຂວງດັກລັກ ເນັ້ນໜັກວ່າ ຂໍ້ຕົກລົງຮ່ວມມືລະຫວ່າງແຂວງດັກລັກ-ອັດຕະປື ຈະແມ່ນພື້ນຖານສຳຄັນມຸ່ງໄປເຖິງການເພີ່ມທະວີການຮ່ວມມືພ້ອມກັນພັດທະນາຂອງສອງທ້ອງຖິ່ນໃນຫຼາຍຂົງເຂດ, ຄື: ການສຶກສາ, ກະສິກຳ, ສາທາລະນະສຸກ, ການພົບປະແລກປ່ຽນປະຊາຊົນ... ພາຍຫຼັງພິທີລົງນາມ, ທ່ານ ເຈືອງກົງຖາຍ ຫວັງວ່າ ສອງແຂວງຈະຜັນຂະຫຍາຍເນື້ອໃນຮ່ວມມືຢ່າງຕັ້ງໜ້າ ແລະມີປະສິດທິຜົນດ້ວຍຄວາມຕັດສິນໃຈຄວາມມານະພະຍາຍາມສູງທີ່ສຸດ, ພ້ອມກັນສ້າງຜົນງານທີ່ມີຄວາມໝາຍ, ແທດຈິງ, ປະກອບສ່ວນນຳສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຂຶ້ນສູ່ລະດັບສູງໃໝ່.

ຕາງໜ້າການນໍາແຂວງອັດຕະປື, ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນສົມກຽດຂອງແຂວງດັກລັກ ທີ່ງານບຸນກາເຟ ບວນມາທວດ ຄັ້ງທີ 9 ປີ 2025 ແລະທຶນການສຶກສາທີ່ແຂວງດັກລັກ ໄດ້ສະຫງວນໃຫ້ແຂວງອັດຕະປື. ພ້ອມທັງສະແດງຄວາມປິຕິຊົມຊື່ນທີ່ເຫັນວ່າເສດຖະກິດ-ສັງຄົມຂອງແຂວງດັກລັກ ສືບຕໍ່ເຕີບໂຕດີທີ່ສຸດ.

ທ່ານ ທະນູໄຊ ບັນຊາລິດ ຫວັງວ່າ ຜ່ານການລົງນາມໃນການຮ່ວມມືສອງຝ່າຍ, ໃນໄລຍະຈະມາເຖິງ, ຈະໄດ້ຮ່ຳຮຽນ, ຖອດຖອນບົດຮຽນຈາກແຂວງດັກລັກ ກ່ຽວກັບການປູກ, ຜະລິດກາເຟ, ກໍ່ຄືການຫັນຜະລິດຕະພັນເປັນການຄ້າ ແລະເປີດກວ້າງຕະຫຼາດ. ພ້ອມທັງສືບຕໍ່ໄດ້ຮັບການໜູນຊ່ວຍດ້ານບຳລຸງກໍ່ສ້າງຊັບພະຍາກອນມະນຸດ, ຈາກນັ້ນເພີ່ມທະວີສາຍພົວພັນຮ່ວມມືແໜ້ນແຟ້ນລະຫວ່າງສອງທ້ອງຖິ່ນ.

ໂດຍ: ຈາງຫງວຽນ