ຄະນະປະຕິບັດງານລາວ ມາຢ້ຽມຢາມກອງບັນຊາການທະຫານເຂດ 4
ກປ.ອອນໄລ - ເນື່ອງໃນໂອກາດມາປະຕິບັດງານຢູ່ຫວຽດນາມ, ຕອນບ່າຍວັນທີ 21 ມີນາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ນຳໂດຍທ່ານ ທອງລອຍ ສີລິວົງ ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະຄະນະປະຕິບັດງານ ນໍາໂດຍທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຫວຽດນາມ ໄດ້ໄປຢ້ຽມຢາມກອງບັນຊາການທະຫານເຂດ 4.
ຕາງໜ້າຄະນະພັກ, ກອງບັນຊາການທະຫານເຂດ 4, ທ່ານພົນຕີ ຮ່າເທາະບິ່ງ, ຜູ້ບັນຊາການທະຫານເຂດ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບຄະນະຜູ້ແທນມາຢ້ຽມຢາມກອງບັນຊາການທະຫານເຂດ 4.
    |
 |
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn |
ທ່ານຜູ້ບັນຊາການທະຫານເຂດ 4 ໄດ້ລາຍງານຕໍ່ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະທ່ານນາງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ກ່ຽວກັບສະພາບການ ແລະບາງຜົນງານທີ່ພົ້ນເດັ່ນໃນການປະຕິບັດໜ້າທີ່ຂອງກຳລັງປະກອບອາວຸດທະຫານເຂດ 4, ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍອັນລ້ຳຄ່າຂອງພັກ, ລັດ, ກອງທັບ ແລະປະຊາຊົນລາວ ສະຫງວນໃຫ້ຫວຽດນາມ ໃນພາລະກິດຕໍ່ສູ້ກູ້ຊາດ ແລະການປ່ຽນແປງໃໝ່. ເປັນຕົ້ນແມ່ນໃນໄລຍະຜ່ານມາ, ດ້ວຍຄວາມເອົາໃຈໃສ່, ຊີ້ນຳ, ສ້າງເງື່ອນໄຂຊ່ວຍເຫຼືອຂອງການນຳພັກ, ລັດ, ກະຊວງປ້ອງກັນປະເທດ ແລະບັນດາຄະນະພັກ, ອຳນາດການປົກຄອງ, ປະຊາຊົນລາວ ໄດ້ຊ່ວຍໃຫ້ທະຫານເຂດ 4 ຍາມໃດກໍ່ປະຕິບັດສຳເລັດທຸກໜ້າທີ່ເປັນຢ່າງດີ.
ທ່ານ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ໄດ້ຊົມເຊີຍ ແລະຕີລາຄາສູງບັນດາໝາກຜົນທີ່ກຳລັງປະກອບອາວຸດທະຫານເຂດ 4 ບັນລຸໄດ້ໃນໄລຍະຜ່ານມາ. ພ້ອມທັງ ຢືນຢັນວ່າ ພັກ, ລັດ, ກອງທັບ, ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນລາວ ຍາມໃດກໍ່ຈົດຈຳ, ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນໃຫຍ່ຫຼວງ, ສຸດອົກສຸດໃຈ, ມີຄວາມຮັບຜິດຊອບ, ມີປະສິດທິຜົນຂອງທະຫານເຂດ 4 ໃຫ້ແກ່ ລາວ ໃນການຕໍ່ສູ້ຕ້ານສັດຕູໂຕດຽວກັນ ແລະໃນພາລະກິດປ່ຽນແປງໃໝ່ໃນປະຈຸບັນ.
ໂດຍ: ຈາງຫງວຽນ