ໃນແຕ່ລະປີ, ກອງບັນຊາການທະຫານເມືອງ ໄດ້ເປັນເສນາທິການໃຫ້ຄະນະພັກເມືອງ, ຄະນະກໍາມະການປະຊາຊົນເມືອງ ເພີ່ມທະວີການພົວພັນຕ່າງປະເທດ, ການທູດຮ່ວມມືທາງດ້ານການທະຫານ, ປ້ອງກັນຊາດກັບເມືອງແອດ (ແຂວງຫົວພັນ, ສປປ ລາວ). ຊີ້ນຳກໍາລັງທະຫານລາດປ້ອງກັນຕົວ, ກຳລັງສຳຮອງສົມທົບກັບບັນດາຄ້າຍທະຫານຊາຍແດນປະຕິບັດວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນແຫ່ງຊາດເປັນຢ່າງດີ; ສຸມໃສ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນປະຕິບັດກົດລະບຽບກ່ຽວກັບເຂດຊາຍແດນທາງບົກຂອງ ສສ ຫວຽດນາມ.
    |
 |
ພິທີແຮກສ່ຽວລະຫວ່າງກອງບັນຊາການທະຫານເມືອງ ຊົງມ້າ ແລະກອງບັນຊາການທະຫານເມືອງ ແອດ. ພາບ: ແມ້ງຮຸ່ງ |
ທ່ານພັນໂທ ຮວ່າງວັນເຫງັຍ, ຮອງຜູ້ບັນຊາການ ທັງເປັນຫົວໜ້າເສນາທິການ ກອງບັນຊາການທະຫານເມືອງ ຊົງມ້າ ໃຫ້ຮູ້ວ່າ: ກົມກອງໄດ້ແຮກສ່ຽວກັບກອງບັນຊາການທະຫານເມືອງແອດ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນປະຈຳ; ປະສານສົມທົບກັນກໍ່ສ້າງກຳລັງ, ກໍ່ສ້າງທ່າຮົບ, ແລກປ່ຽນວິຊາການ, ວິຊາສະເພາະ. ຈັດກອງປະຊຸມເປັນປົກກະຕິ ໜຶ່ງຄັ້ງຕໍ່ປີເພື່ອປະເມີນຜົນ ແລະວາງທິດທາງໃນປີຕໍ່ໄປ.
ກອງບັນຊາການທະຫານບັນດາຕາແສງຊາຍແດນ ໄດ້ກໍາແໜ້ນສະພາບການເພື່ອລາຍງານຢ່າງທັນການ, ແກ້ໄຂກໍລະນີທີ່ເກີດຂຶ້ນຕ່າງໆເປັນຢ່າງດີ. ນັບແຕ່ປີ 2024 ມານີ້, ທັງສອງກົມກອງໄດ້ແລກປ່ຽນຫຼາຍເນື້ອໃນຂໍ້ມູນຂ່າວສານທີ່ມີຄ່າ; ສົມທົບກັນສ້າງເງື່ອນໄຂສະດວກໃຫ້ບັນດາຄະນະປະຕິບັດງານຫວຽດນາມ ໃນການຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນສົງຄາມຢູ່ລາວ ແລະສົ່ງກັບຄືນເມືອປະເທດຕາມແຜນການ.
    |
 |
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນ ເມື່ອງກາຍ ແລະກໍາລັງທະຫານລາດປ້ອງກັນຕົວຕາແສງ ລາດຕະເວນຊາຍແດນ. ພາບ:ແມ້ງຮຸ່ງ |
ກອງບັນຊາການທະຫານເມືອງຊົງມ້າ ຍັງເປັນເຈົ້າການສະເໜີຕໍ່ຂັ້ນທີ່ມີສິດອຳນາດເອົາໃຈໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພື້ນຖານວັດຖຸຢູ່ບັນດາຕາແສງ, ບ້ານ, ເຂດຊາຍແດນທີ່ຕິດກັບເມືອງແອດ. ແຕ່ປີ 2024 ມາຮອດປະຈຸບັນ, ກອງບັນຊາການທະຫານເມືອງຊົງມ້າ ໄດ້ໜູນຊ່ວຍຊີມັງ, ງົບປະມານໃຫ້ກອງບັນຊາການທະຫານເມືອງແອດ ເພື່ອສ້ອມແປງພື້ນຖານວັດຖຸໃນກົມກອງ. ພ້ອມດຽວກັນນັ້ນ, ກໍາລັງການທະຫານສອງຝ່າຍຍັງໄດ້ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ ແລະກິລາກາຍະກຳ.
ຄຽງຂ້າງນັ້ນ, ກອງບັນຊາການທະຫານເມືອງຊົງມ້າ ຍັງໄດ້ຊີ້ນໍາໃຫ້ກໍາລັງທະຫານລາດບ້ານຊາຍແດນ ສົມທົບກັບຄ້າຍທະຫານຊາຍແດນດ່ານຊາຍແດນ ຈ່ຽງເຄືອງ, ຄ້າຍທະຫານຊາຍແດນເມື່ອງກາຍ ແລະຄ້າຍ ນ່າຮ້າ, ເມືອງແອດ ຈັດຕັ້ງການລາດຕະເວນສອງຝ່າຍທົ່ວລະບົບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດທັງໝົດຢ່າງເປັນປະຈໍາ. ທ່ານ ຊົ້ງອາເສົາ, ຜູ້ບັນຊາການກອງບັນຊາການທະຫານຕາແສງເມື່ອງກາຍ, ເມືອງຊົງມ້າ ໃຫ້ຮູ້ວ່າ ກອງບັນຊາການໄດ້ເປັນເຈົ້າການກໍາແໜ້ນສະພາບການໃນບໍລິເວນທ້ອງຖິ່ນ, ເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງຕາແສງ, ສົມທົບກັບຄ້າຍທະຫານຊາຍແດນ ເມື່ອງກາຍ ຈັດຕັ້ງການລາດຕະເວນ, ກຳແໜ້ນສະພາບການໃນບໍລິເວນ, ຖາງຫຍ້າອ້ອມຫຼັກໝາຍຊາຍແດນ, ແກ້ໄຂຕໍ່ຜູ້ທີ່ລະເມີດກົດໝາຍ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນບໍລິເວນ.
ການເພີ່ມທະວີການພົວພັນຕ່າງປະເທດດ້ານປ້ອງກັນຊາດລະຫວ່າງກອງບັນຊາການທະຫານເມືອງຊົງມ້າ ແລະກອງບັນຊາການທະຫານເມືອງແອດ ໄດ້ປະກອບສ່ວນຍົກສູງລະດັບການເປັນເສນາທິການ, ແກ້ໄຂກໍລະນີທີ່ເກີດຂຶ້ນໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຂອງສອງຝ່າຍ; ຮັກສາເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາຮອບດ້ານ; ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງຫວຽດນາມ-ລາວ ເວົ້າລວມ ແລະກໍາລັງປະກອບອາວຸດສອງແຂວງ, ສອງເມືອງເວົ້າສະເພາະ.
ໂດຍ: ຈາງຫງວຽນ