leftcenterrightdel
ແພດໝໍຫວຽດນາມ ກວດສຸຂະພາບໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ແຂວງຄຳມ່ວນ. ພາບ: ສໍານັກຂ່າວສານຫວຽດນາມ.

ຄຽງຂ້າງນັ້ນ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ກໍ່ໄດ້ມອບຕູ້ປຶ້ມພາສາຫວຽດ ໃຫ້ໂຮງຮຽນປະຖົມທົ໊ງເຍິ໊ດ ຢູ່ເທດສະບານທ່າແຂກ. ການເຄື່ອນໄຫວນີ້ແມ່ນແນໃສ່ປະຕິບັດແຜນຮ່າງວັນເຊີດຊູພາສາຫວຽດໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຂອງນາຍົກລັດຖະມົນຕີ. ນອກຈາກນັ້ນ, ຄະນະຈັດຕັ້ງຍັງໄດ້ມອບຂອງຂວັນທີ່ມີຄ່ານັບຮ້ອຍພູດ, ລວມມີເຄື່ອງໃຊ້ທີ່ຈຳເປັນໃຫ້ ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ແລະໂຮງຮຽນປະຖົມທົ່ງຄຳ ຢູ່ເມືອງບົວລະພາ, ແຂວງຄຳມ່ວນ.

ບັນດາການເຄື່ອນໄຫວເຫຼົ່ານີ້ໄດ້ສະແດງໃຫ້ເຫັນອາລົມຈິດ, ຄວາມເອົາໃຈໃສ່ຂອງການນຳ ແລະປະຊາຊົນນະຄອນໂຮ່ຈີມິນທີ່ມີຕໍ່ປະຊາຄົມຊາວຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ແຂວງຄຳມ່ວນ ເວົ້າສະເພາະ ແລະຢູ່ລາວ ເວົ້າລວມ.

ໂດຍ: ເຈິ່ນຮວ່ຽນ