ຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືຊື້ຂາຍຖ່ານຫີນ
ກປ.ອອນໄລ - ໂດຍປະຕິບັດການຊີ້ນໍາຂອງລັດຖະບານສອງປະເທດຫວຽດນາມ ແລະລາວ ກ່ຽວກັບການເພີ່ມທະວີຊຸກຍູ້ການຮ່ວມມືພັດທະນາໃນຂົງເຂດພະລັງງານ, ລະອຽດແມ່ນຫວຽດນາມ ນຳເຂົ້າໄຟຟ້າ ແລະຖ່ານຫີນຈາກລາວ, ວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ເປັນປະທານກອງປະຊຸມຊຸກຍູ້ການຮ່ວມມືຊື້ຂາຍຖ່ານຫີນລະຫວ່າງຫວຽດນາມ ແລະລາວ.