leftcenterrightdel
ຄະນະພະນັກງານກອງທັບປະຊາຊົນລາວ ເຂົ້າຮ່ວມການເຮັດວຽກ. ພາບ: qdnd.vn

ທີ່ການຕ້ອນຮັບຄະນະພະນັກງານກອງທັບປະຊາຊົນລາວ, ສະຫາຍພົນຈັດຕະວາ ເລເຕິດເກື່ອງ, ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການ ສະແດງຄວາມຊົມເຊີຍ ແລະສົ່ງຄໍາອວຍພອນມາຍັງຄະນະ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາແຫ່ງ ສປປ ລາວ ຄົບຮອບ 47 ປີ (2-12-1975 / 2-12-2022). ສະຫາຍພົນຈັດຕະວາ ເລເຕິດເກື່ອງ ຢັ້ງຢືນວ່າ ຄະນະຊາວໜຸ່ມໂຮງໝໍກອງທັບ 354 ແມ່ນໜຶ່ງໃນບັນດາຄະນະຊາວໜຸ່ມດີເດັ່ນທີ່ສຸດຂອງກົມໃຫຍ່ພະລາທິການ; ພ້ອມທັງອວຍພອນໃຫ້ການມາປະຕິບັດງານຂອງຄະນະພະນັກງານກອງທັບປະຊາຊົນລາວ ຢູ່ຫວຽດນາມ ໃຫ້ບັນລຸໝາກຜົນສໍາຄັນ ແລະປະສົບຜົນສໍາເລັດຢ່າງຈົບດີງາມ...

leftcenterrightdel
ຄະນະພະນັກງານກອງທັບປະຊາຊົນລາວ ມອບຂອງຂວັນ ໃຫ້ການນໍາຫ້ອງການເມືອງ, ກົມໃຫຍ່ພະລາທິການ. ພາບ: qdnd.vn

ທີ່ການເຮັດວຽກ, ສະຫາຍພັນເອກພິເສດ ຫງວຽນຫງອກຢູ, ເລຂາພັກ, ຫົວໜ້າການເມືອງ ໂຮງໝໍກອງທັບ 354 ໃຫ້ຮູ້ວ່າ: ຄະນະບໍລິຫານງານຊາວໜຸ່ມຂັ້ນຮາກຖານ ຂອງໂຮງໝໍກອງທັບ 354 ມີ ສອງຂັ້ນ,  ລວມມີ 3 ໜ່ວຍຊາວໜຸ່ມ; ພະນັກງານ, ສະມາຊິກຊາວໜຸ່ມກວມເອົາ 40% ໃນຈໍານວນພົນ. ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ມີພະນັກງານ, ສະມາຊິກຊາວໜຸ່ມຂອງໂຮງໝໍ  ນັບຮ້ອຍຄົນບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ໄພອັນຕະລາຍ, ສະໝັກໃຈໄປແນວໜ້າ ເພື່ອຕ້ານພະຍາດຊ່ວຍເຫຼືອປະຊາຊົນ.

ໂດຍ: ທູຈາງ