ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຄວນເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມື ແລະພົບປະແລກປ່ຽນລະຫວ່າງອົງການພຸດທະສາສະໜາສອງປະເທດຫວຽດນາມ - ລາວ ໃນໄລຍະຜ່ານມາ; ສືບຕໍ່ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີ, ມິດຕະພາບ, ສາຍໃຈອ້າຍນ້ອງແບບພິເສດແມ່ນລະຫວ່າງພຸດທະສາສະນິກກະຊົນ ແລະປະຊາຊົນສອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຈິ້ງກວກຢຸງ

ສອງຝ່າຍກໍ່ຖືວ່າ: ພຸດທະສາສະໜາຢູ່ບັນດາແຂວງຊາຍແດນສອງປະເທດຄວນເພີ່ມທະວີການຮ່ວມມື, ພົບປະແລກປ່ຽນກັບແຕ່ລະທ້ອງຖິ່ນຂອງແຕ່ລະປະເທດໃນວຽກງານພຸດທະສາສະໜາ; ຜັນຂະຫຍາຍການຮ່ວມມືຢ່າງເລິກເຊິ່ງ ກວ້າງຂວາງໃນຂົງເຂດການສຶກສາພຸດທະສາສະໜາ ແລະການພົບປະແລກປ່ຽນດ້ານວິຊາການ... ; ເພີ່ມທະວີການຈັດຕັ້ງ, ຜັນຂະຫຍາຍບັນດາການເຄື່ອນໄຫວກຸສົນ ແລະມະນຸດສະທຳ ເພື່ອຊ່ວຍເຫຼືອພຸດທະສາສະນິກກະຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຕັ້ງໜ້າລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ສ້າງປະຊາຄົມແຫ່ງຄວາມຜາສຸກ, ສະຫງົບ.

ສອງຝ່າຍກໍ່ເຫັນດີເພີ່ມທະວີການແລກປ່ຽນບົດຮຽນໃນການກໍ່ສ້າງ ແລະພັດທະນາສະມາຄົມພຸດທະສາສະໜາໃຫ້ໝັ້ນຄົງ ເຂັ້ມແຂງ ພ້ອມກັບປະເທດຊາດໃນການເຊື່ອມໂຍງເຂົ້າກັບສາກົນ, ເພື່ອໃຫ້ພຸດທະສາສະໜາຂອງແຕ່ລະປະເທດເຮັດຫຼ້ອນພາລະກິດພ້ອມກັບປະເທດຊາດ, ປະກອບສ່ວນຮັກສາສະຖຽນລະພາບ ແລະພັດທະນາໃນປະຊາຄົມອາຊຽນ ແລະໃນໂລກ.

ໂດຍ: ທະນາພອນ