ທ່ານ ເລມິງຈີ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດລາວ ເປັນປະທານຮ່ວມການພົບປະເຈລະຈາ. ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານ ເລມິງຈີ ເນັ້ນໜັກວ່າ ເຖິງວ່າໃນສະພາບທີ່ຫຍຸ້ງຍາກຍ້ອນພະຍາດໂຄວິດ-19 ລະບາດໃນທົ່ວໂລກກໍ່ຕາມ, ແຕ່ອົງການໄອຍະການປະຊາຊົນສູງສຸດສອງປະເທດຫວຽດນາມ-ລາວ ຍັງຄົງຮັກສາການພົວພັນຮ່ວມມືຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືໄດ້ໃຫ້ຄໍາໝັ້ນສັນຍາຢ່າງມີປະສິດທິຜົນ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການພົບປະເຈລະຈາຜ່ານລະບົບທາງໄກລະຫວ່າງອົງການໄອຍະການປະຊາຊົນສູງສຸດຫວຽດນາມ-ລາວ. ພາບ: vksndtc.gov.vn

ທ່ານ ເລມິງຈີ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ອົງການໄອຍະການປະຊາຊົນສູງສຸດສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງກອງປະຊຸມໄອຍະການປະຊາຊົນບັນດາແຂວງທີ່ມີເສັ້ນຊາຍແດນລວມຫວຽດນາມ-ລາວ ຄັ້ງທີ 7 ຢູ່ຫວຽດນາມ; ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນໄປມາຢ້ຽມຢາມ, ເຮັດວຽກ; ເພີ່ມທະວີການຍູ້ແຮງການຮ່ວມມືໃນການກໍ່ສ້າງ, ບໍາລຸງພະນັກງານ, ໄອຍະກອນບົນພື້ນຖານບົດບັນທຶກຮ່ວມມືທີ່ໄດ້ລົງນາມ. ທ່ານ ເລມິງຈີ ເຊື່ອໝັ້ນວ່າ ການປະຕິບັດບົດບັນທຶກຮ່ວມມືທີ່ສອງຝ່າຍໄດ້ລົງນາມຢ່າງມີປະສິດທິຜົນຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງຂະແໜງໄອຍະການສອງປະເທດເວົ້າສະເພາະ ແລະປະກອບສ່ວນປັບປຸງນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ເວົ້າລວມຢ່າງແທດຈິງ.

ໂດຍ: ຈາງຫງວຽນ