ຕາມນັ້ນແລ້ວ, ຄັ້ງນີີ້ບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4 ໄດ້ມອບອຸປະກອນຈຳເປັນໃຫ້ 5 ແຂວງຂອງລາວ (ບໍລິຄໍາໄຊ, ຄໍາມ່ວນ, ວຽງຈັນ, ສາລະວັນ, ຊຽງຂວາງ) ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ລວມມີ: ຜ້າປິດປາກໜາ 4 ຊັ້ນ, ນ້ຳຢາລ້າງມື 500ml, ເຄື່ອງແທກອຸນຫະພູມຮ່າງກາຍ, ເຄື່ອງປົກປ້ອງ  7 ປະເພດ... ດ້ວຍມູນຄ່າທັງໝົດເກືອບ 500 ລ້ານດົ່ງ.

leftcenterrightdel
ບັນຍາກາດທີ່ພິທີມອບ-ຮັບອຸປະກອນການແພດ. ພາບ: ຢຸຍດົງ.

ໂດຍໄດ້ຮູ້ວ່າ, ນອກຈາກການບໍລິຈາກເງິນ ແລະອຸປະກອນການແພດໃຫ້ແກ່ບັນດາທ້ອງຖິ່ນ ແລະປະຊາຊົນລາວ ແລ້ວ, ພະນັກງານ, ພາລະກອນ ແລະຜູ້ອອກແຮງງານຂອງບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4 ທີ່ພວມເຄື່ອນໄຫວຢູ່ບໍລິເວນແຂວງຕ່າງໆຂອງລາວ ຍັງໄດ້ສົມທົບກັບອຳນາດການປົກຄອງ ແລະອົງການເຈົ້າໜ້າທີ່ຂອງລາວ ເພີ່ມທະວີການແບ່ງປັນບົດຮຽນໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ໃນໄລຍະຜ່ານມາ, ກໍ່ຄືໂຄສະນາເຜີຍແຜ່ໃຫ້ປະຊາຊົນຮັບຮູ້ກ່ຽວກັບມາດຕະການປ້ອງກັນ, ຕ້ານພະຍາດຢ່າງມີປະສິດທິຜົນໂດຍຜ່ານເອກະສານສະບັບຕ່າງໆທີ່ຫວຽດນາມ ສະໜອງໃຫ້.

ທ່ານພັນເອກພິເສດ ເລຊວນເຫງ໊ຍ, ຮອງຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4 ໃຫ້ຮູ້ວ່າ: “ນີ້ແມ່ນອາລົມຈິດຄວາມຮັກແພງຂອງພະນັກງານ, ພາລະກອນ ແລະຜູ້ອອກແຮງງານຢູ່ບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4 ດ້ວຍຄວາມຫວັງວ່າ ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນ 5 ແຂວງຂອງລາວ ຈະຜ່ານຜ່າໄລຍະທີ່ຫຍຸ້ງຍາກນີ້ ແລະປ້ອງກັນ, ຕ້ານພະຍາດຢ່າງມີປະສິດທິຜົນ. ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນມູນເຊື້ອມິດຕະພາບແບບພິເສດ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນ, ກອງທັບຂອງສອງປະເທດ ແລະຊຸກຍູ້ສາຍພົວພັນລະຫວ່າງສອງປະເທດຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນຕື່ມອີກ”.

ໂດຍ: ທະນາພອນ