ຕາງໜ້າໃຫ້ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ, ທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາລາວ ໄດ້ມອບຈົດໝາຍອວຍພອນຂອງຄະນະພັກຕໍາຫຼວດສູນກາງຫວຽດນາມ ໃຫ້ທ່ານພົນໂທ ວິໄລ ຫຼ້າຄໍາຟອງ ເນື່ອງໃນໂອກາດຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຄັ້ງທີ XI ເລືອກຕັ້ງສະຫາຍເຂົ້າເປັນກໍາມະການກົມການເມືອງສູນກາງພັກ ດ້ວຍຈຳນວນບັດສະໜັບສະໜູນສູງ.

leftcenterrightdel
ທ່ານພົນໂທ ວິໄລ ຫຼ້າຄໍາຟອງ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ຕ້ອນຮັບທ່ານພົນຈັດຕະວາ ຮວ່າງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາລາວ. ພາບ: antv.gov.vn 

ໃນຈົດໝາຍອວຍພອນ, ທ່ານລັດຖະມົນຕີ ໂຕເລິມ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງທ່ານພົນໂທ ວິໄລ ຫຼ້າຄໍາຟອງ, ກໍາລັງປ້ອງກັນຄວາມສະຫງົບລາວ ຈະນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ເປັນກຳລັງຫຼວງ, ທັນສະໄໝ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມໃນວຽກງານປ້ອງກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຮັບໃຊ້ພາລະກິດສ້າງສາ, ພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ; ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ; ພ້ອມທັງສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ມູນເຊື້ອສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ກໍຄືກໍາລັງຕໍາຫຼວດສອງປະເທດ ລາວ-ຫວຽດນາມ. 

ຂອບໃຈຄະນະພັກຕໍາຫຼວດສູນກາງຫວຽດນາມ ແລະສະຫາຍພົນເອກ ໂຕເລິມ, ທ່ານພົນໂທ ວິໄລ ຫຼ້າຄໍາຟອງ ໃຫ້ຮູ້ວ່າ ຈະສືບຕໍ່ຊີ້ນໍາ, ສ້າງເງື່ອນໄຂສະດວກໃຫ້ກໍາລັງຕໍາຫຼວດສອງປະເທດ ເພີ່ມທະວີການຮ່ວມມື; ທ່ານຢັ້ງຢືນວ່າ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ໃນໄລຍະຜ່ານມາແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນຂອງການພົວພັນມິດຕະພາບທີ່ຍິ່ງໃຫຍ່ ລາວ-ຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານພົນໂທ ວິໄລ ຫຼ້າຄໍາຟອງ ສະແດງຄວາມຂອບໃຈຕໍ່ກະຊວງຕໍາຫຼວດຫວຽດນາມ ເວົ້າລວມ ແລະອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາລາວ ເວົ້າສະເພາະ ໃນໄລຍະຜ່ານມາ ໄດ້ມີບັນດາການເຄື່ອນໄຫວສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກັບກະຊວງປ້ອງກັນຄວາມສະຫງົບລາວ ໃນທຸກຂົງເຂດ; ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ ກະຊວງຕໍາຫຼວດຫວຽດນາມ ຈະສືບຕໍ່ໜູນຊ່ວຍກະຊວງປ້ອງກັນຄວາມສະຫງົບລາວ ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ; ພື້ນຖານໂຄງລ່າງ ແລະເຕັກນິກວິຊາສະເພາະ...

ໂດຍ: ໄຊຊະນະ