leftcenterrightdel
ຄ້າຍທະຫານຊາຍແດນແກງດູ ແລະຄະນະກໍາມະການປະຊາຊົນຕາແສງ ແກງດູ ມອບຂອງຂວັນໃຫ້ບັນດາກົມກອງ ແລະປະຊາຊົນເພື່ອນມິດລາວ. ພາບ: ຮຸ່ງຟອງ.

ຂອງຂວັນດັ່ງກ່າວລວມມີ: ເຂົ້າສານ 5 ຮ້ອຍກິໂລ, ໝີ່ສໍາເລັດຮູບ 40 ແກັດ, ນໍ້າຫວານ 10 ແກັດ, ແປ້ງນົວ 5 ກິໂລ, ຜ້າອັດປາກ-ອັດດັ່ງ 100 ອັນ, ເຈວ ລ້າງມື 5 ລິດ...

ເນື່ອງໃນໂອກາດນີ້, ຜູ້ຕາງໜ້າສອງຝ່າຍ ໄດ້ແລກປ່ຽນສະພາບການກ່ຽວກັບວຽກງານປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນ; ສະກັດກັ້ນ ແລະຕ້ານພະຍາດໂຄວິດ-19. ສອງຝ່າຍໄດ້ເຫັນດີເປັນເອກະພາບ ນໍາກັນວ່າຈະພ້ອມກັນແລກປ່ຽນຂໍ້ມູນຂ່າວສານ, ມີການຕິດຕໍ່ພົວພັນຢ່າງເປັນປະຈຳ; ກໍາແໜ້ນສະພາບການທີ່ກ່ຽວຂ້ອງ; ເພີ່ມທະວີບັນດາການເຄື່ອນໄຫວລາດຕະເວນ, ຄວບຄຸມ 2 ຟາກຊາຍແດນ; ສົມທົບກັນຕໍ່ສູ້ສະກັດກັ້ນບັນດາການເຄື່ອນໄຫວຂ້າມຊາຍແດນຢ່າງຜິດກົດໝາຍ; ປະກອບສ່ວນຍົກສູງປະສິດທິຜົນວຽກງານສະກັດກັ້ນ ແລະຕ້ານພະຍາດໂຄວິດ-19, ປົກປັກຮັກສາເຂດຊາຍແດນ ຫວຽດນາມ-ລາວ ໃຫ້ມີຄວາມສະຫງົບສຸກ.

ໂດຍ: ກວຽດເຕິມ