ທີ່ພິທີ, ທ່ານພົນຈັດຕະວາ ເລວັນຟຸກ, ຮອງຜູ້ບັນຊາການກອງບັນຊາການທະຫານຊາຍແດນຫວຽດນາມ ໃຫ້ຮູ້ວ່າ “ໃນໄລຍະຜ່ານມາ, ຕໍ່ໜ້າສະພາບການສັບສົນຂອງພະຍາດໂຄວິດ-19, ທະຫານຊາຍແດນຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດຍຂອງປະເທດລາວ ເພື່ອສ້າງກົນໄກແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ; ເພີ່ມທະວີການກວດກາ, ຕິດຕາມກວດກາສະພາບພະຍາດຢ່າງແໜ້ນແຟ້ນ; ສົມທົບກັນສ້າງເງື່ອນໄຂໃຫ້ຊາວຫວຽດນາມເຂົ້າເມືອງ. ຈາກນັ້ນຈໍາກັດການແຜ່ລະບາດຂອງພະຍາດຜ່ານຊາຍແດນໃຫ້ຢູ່ໃນລະດັບຕໍ່າທີ່ສຸດ”.

leftcenterrightdel
ບັນຍາກາດທີ່ພິທີ. ພາບ: ເທ໊ແມ້ັງ.

ເພື່ອແນໃສ່ໜູນຊ່ວຍບັນດາກໍາລັງກ່ຽວຂ້ອງຂອງປະເທດລາວ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ກອງບັນຊາການທະຫານຊາຍແດນ ໄດ້ໜູນຊ່ວຍຜ້າອັດປາກ-ອັດດັງກວ່າ 30.000 ອັນ, ນ້ຳຢາລ້າງມືຂ້າເຊື້ອ 1.500 ຂວດ; ຊຸດປ້ອງກັນພະຍາດ 3.000 ຊຸດ, ເຂົ້າສານ 3 ໂຕນ, ມີ່ສຳເລັດຮູບ 150 ແກັດ ໃຫ້ແກ່ 3 ກໍາລັງ ເຊິ່ງລວມມີ: ກົມທະຫານຊາຍແດນຂຶ້ນກັບກົມໃຫຍ່ເສນາທິການ, ກອງທັບປະຊາຊົນລາວ; ກົມໃຫຍ່ປ້ອງກັນຄວາມສະຫງົບ ແລະກົມໃຫຍ່ຕໍາຫຼວດຂຶ້ນກັບກະຊວງປ້ອງກັນຄວາມສະຫງົບລາວ.

leftcenterrightdel
ທ່ານພົນຈັດຕະວາ ເລວັນຟຸກ, ຮອງຜູ້ບັນຊາການກອງບັນຊາການທະຫານຊາຍແດນຫວຽດນາມ ມອບວັດຖຸອຸປະກອນການແພດໃຫ້ຝ່າຍລາວ. ພາບ: ເທ໊ແມ້ັງ.

ຕາງໜ້າບັນດາກໍາລັງຂອງປະເທດລາວ, ທ່ານພັນເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ   ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍ, ຄວາມເອົາໃຈໃສ່ຢ່າງທັນການຂອງທະຫານຊາຍແດນຫວຽດນາມເວົ້າສະເພາະ ແລະກອງທັບປະຊາຊົນຫວຽດນາມ ເວົ້າລວມ. ຜ່ານນັ້ນຮັດແໜ້ນນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງຝ່າຍ. ຈໍານວນອຸປະກອນການແພດ ແລະສະບຽງອາຫານດັ່ງກ່າວຈະປະກອບສ່ວນຊ່ວຍບັນດາກໍາລັງຄຸ້ມຄອງ, ປົກປັກຮັກສາຊາຍແດນຂອງປະເທດລາວ ຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ.

ໂດຍ: ທູຈາງ