ທີ່ການຕ້ອນຮັບ, ທ່ານນາງ ປານີ ຢາທໍ່ຕູ້ ແລະທ່ານນາງ ຫງວຽນທິກີມເງິນ ຕີລາຄາສູງປະສິດທິຜົນຂອງກອງປະຊຸມສໍາມະນາຄັ້ງຕ່າງໆ ເຊິ່ງສອງຝ່າຍໄດ້ຈັດຕັ້ງສໍາເລັດໃນໄລຍະຜ່ານມາ. ທ່ານນາງ ຫງວຽນທິກີມເງິນ ສະເໜີວ່າ, ໃນປີ 2020, ສອງຝ່າຍຈະສືບຕໍ່ຈັດຕັ້ງກອງປະຊຸມສໍາມະນາຮ່ວມ ເພື່ອແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວ.

leftcenterrightdel
ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດລາວ. ພາບ: ຈຽ໊ນຖັ໊ງ.

ທ່ານນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ການຕີລາຄາຂອງທ່ານນາງ ຫງວຽນທິກີມເງິນ ກ່ຽວກັບບັນດາການປະກອບສ່ວນອັນຍິ່ງໃຫຍ່ຂອງສະພາແຫ່ງຊາດແຕ່ລະປະເທດ ໃນການຈັດຕັ້ງຜັນຂະຫຍາຍປະຕິບັດຂໍ້ຕົກລົງຂັ້ນສູງສະບັບຕ່າງໆລະຫວ່າງສອງປະເທດ. ສອງສະພາແຫ່ງຊາດໄດ້ສົມທົບກັນໃນວຽກງານຕິດຕາມກວດກາແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີຢູ່ເຂດຊາຍແດນຂອງສອງປະເທດ ແລະເລື່ອງພົນລະເມືອງຈາກປະເທດນີ້ອົບພະຍົບໄປຮອດປະເທດນັ້ນຢູ່ເຂດຊາຍແດນ ເຊິ່ງໄດ້ຮັບການຮັບຮອງເອົາ ແລະອອກໃບອະນຸຍາດໃຫ້ຖືສັນຊາດຈາກປະເທດປະຈໍາຖິ່ນ.

ການນໍາສອງທ່ານ ເຫັນດີເປັນເອກະສັນຕີລາຄາສູງຕໍ່ເລື່ອງສອງສະພາແຫ່ງຊາດ ໄດ້ສົມທົບກັນຢ່າງແໜ້ນແຟ້ນເພື່ອສະເໜີຍ້ອງຍໍຊົມເຊີຍບັນດາໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນການເສີມຂະຫຍາຍ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

leftcenterrightdel
ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ປະດັບຫຼຽນໄຊອິດສະຫຼະໃຫ້ແກ່ບັນດາໝູ່ຄະນະ, ບຸກຄົນ. ພາບ: ຈ໊ຽນຖັ໊ງ.

ໃນວັນດຽວກັນ, ທ່ານນາງ ຫງວຽນທິກີມເງິນ ແລະທ່ານນາງ ປານີ ຢາທໍ່ຕູ້ ໄດ້ເຂົ້າຮ່ວມພິທີປະດັບຫຼຽນໄຊອິດສະຫຼະ ຊັ້ນ I, ຊັ້ນ II, ຊັ້ນ III; ຫຼຽນກາຫຼຽນໄຊມິດຕະພາບຂອງ ສປປລາວ ໃຫ້ແກ່ບັນດາໝູ່ຄະນະ, ບຸກຄົນຂອງສະພາແຫ່ງຊາດ ສສ. ຫວຽດນາມ.

ຕາງໜ້າການນໍາພັກ, ລັດລາວ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ໄດ້ປະດັບຫຼຽນໄຊອິດສະຫຼະ, ຫຼຽນໄຊມິດຕະພາບໃຫ້ແກ່ບັນດາໝູ່ຄະນະ, ບຸກຄົນຂອງສະພາແຫ່ງຊາດຫວຽດນາມ.

ໂດຍ: ທູຈາງ