leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມສໍາມະນາ, ບັນດາບົດປະກອບຄຳເຫັນໄດ້ສຸມໃສ່ຢັ້ງຢືນບົດບາດນໍາພາຂອງພັກ, ສາຍພົວພັນສາມັກຄີສັດຊື່ບໍລິສຸດ, ການຮ່ວມສໍາພັນສູ້ຮົບທີ່ໝັ້ນແກ່ນລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນພື້ນຖານສໍາຄັນເພື່ອໃຫ້ບ້ານລາວໂຄ ກາຍເປັນເຂດທີ່ໝັ້ນປະຕິວັດຂອງປະຊາຊົນບັນດາເຜົ່າລາວ, ການປະກອບສ່ວນຂອງປະຊາຊົນບ້ານລາວໂຄ ຕໍ່ຄະນະຕະລຸມບອນລາວ-ບັ໊ກ ແລະຜູ້ບັນຊາຄະນະຊາວໜຸ່ມປະຈັນບານ ໄກສອນ ພົມວິຫານ ໃນໄລຍະທີ່ຄະນະເລືອກເຟັ້ນລາວໂຄ ເປັນເຂດທີ່ໝັ້ນ. ບັນດາບົດປະກອບຄໍາເຫັນໄດ້ຢັ້ງຢືນບົດບາດຂອງເຂດທີ່ໝັ້ນລາວໂຄ ຕໍ່ກັບການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງຂອງປະຊາຊົນບັນດາເຜົ່າລາວ, ບັນດາການປະກອບສ່ວນຂອງເຂດທີ່ໝັ້ນປະຕິວັດລາວໂຄ ຕໍ່ກັບການຮ່ວມສໍາພັນສູ້ຮົບຕ້ານພວກລ່າເມືອງຂຶ້ນຝະລັ່ງຂອງສອງປະເທດ...

ໂດຍ: ເກື່ອງດັ້ງ