ທີ່ການຕ້ອນຮັບ, ທ່ານ ຫງວຽນກ໊ວກຢຸງ ຂໍ່ານັບຮັບຕ້ອນທ່ານ ແສງເພັດ ຮຸ່ງບຸນຍວງ ມາຮັບໜ້າທີ່ຢູ່ຫວຽດນາມ ຢ່າງສຸດໃຈ; ປາດຖະໜາຢາກໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນຂອງທ່ານ ເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ກໍ່ຄືຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ.

leftcenterrightdel
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຂ່ຳນັບຮັບຕ້ອນທ່ານແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ມາຮັບໜ້າທີ່ຢູ່ຫວຽດນາມ. ພາບ: baoquocte.vn.

ເພື່ອສືບຕໍ່ຊຸກຍູ້ການພົວພັນສອງປະເທດ ແລະສອງກະຊວງການຕ່າງປະເທດໃນໄລຍະຈະມາເຖິງ, ທ່ານ ຫງວຽນກ໊ວກຢຸງ ສະເໜີໃຫ້ທ່ານ ແສງເພັດ ຮຸ່ງບຸນຍວງ ສົມທົບກັນປະຕິບັດບັນດາການຢ້ຽມຢາມຂອງການນໍາຂັ້ນສູງເປັນຢ່າງດີ; ກະກຽມເນື້ອໃນການພົບປະປະຈໍາປີຂອງກົມການເມືອງສອງປະເທດ ແລະກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຄັ້ງທີ 42 ຢູ່ລາວ ເປັນຢ່າງດີ.

ຫວຽດນາມ ປາດຖະໜາວ່າ ລາວ ຈະສືບຕໍ່ໃຫ້ການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນແນໃສ່ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງປະຊາຄົມອາຊຽນ, ຮັກສາຄວາມສາມັກຄີ ກໍ່ຄືບົດບາດເປັນໃຈກາງຂອງອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍຕ່າງໆຂອງພາກພື້ນ, ໃນນັ້ນມີທະເລຕາເວັນອອກ ແລະການຮ່ວມມືນໍາໃຊ້ແຫຼ່ງນໍ້າແມ່ນໍ້າຂອງແບບຍືນຍົງ ແລະປະສິດທິຜົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baoquocte.vn.

ສ່ວນທ່ານ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າ, ທ່ານຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ, ແນໃສ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືຢ່າງແທດຈິງ, ນໍາສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ; ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ກໍ່ຄືຊຸກຍູ້ການຮ່ວມມືລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.

ໂດຍ: ກວຽດເຕິມ