ທີ່ການຕ້ອນຮັບ, ທ່ານ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງບົດບາດຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ ທີ່ໄດ້ມີບັນດາຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ພາລະກິດຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນກໍ່ຄືໃນພາລະກິດສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.

leftcenterrightdel
ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ບຸນຍັງ ວໍລະຈິດ ໄດ້ຢືນຢັນວ່າ, ລາວ ຈະພ້ອມກັບຫວຽດນາມ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ. ເຖິງວ່າປະສົບກັບຄວາມຫຍຸ້ງຍາກລໍາບາກຂະໜາດໃດກໍ່ຕາມ, ແຕ່ສອງຝ່າຍຍັງສົມທົບກັນຢ່າງແໜ້ນແຟ້ນ, ເພື່ອຮັກສາ ແລະປົກປ້ອງສາຍພົວພັນລາວ-ຫວຽດນາມ ໄວ້ຄືດັ່ງຮັກສາແກ້ວຕາດວງໃຈຂອງຕົນ ແລະໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ແກ່ຄົນຮຸ່ນຫຼັງກ່ຽວກັບສາຍພົວພັນແບບພິເສດດັ່ງກ່າວນີ້.

ໂດຍ: ທະນາພອນ