ເຂົ້າຮ່ວມ ແລະໂອ້ລົມທີ່ກອງປະຊຸມມີທ່ານພັນເອກພິເສດ ຕ່າວວັນທ໊າຍ, ທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາລາວ, ທ່ານ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ ພ້ອມດ້ວຍພະນັກງານ, ພາລະກອນຂອງກະຊວງອຸດສາຫະກໍາ ແລະການຄ້າລາວ ກວ່າ 200 ຄົນ.

ເມື່ອໂອ້ລົມທີ່ກອງປະຊຸມ, ທ່ານພັນເອກພິເສດ ຕ່າວວັນທ໊າຍ ເນັ້ນໜັກວ່າ ໄຊຊະນະດ້ຽນບຽນຝູ ແມ່ນໜຶ່ງໃນບັນດາຈຸດສູງທີ່ຮຸ່ງເຮືອງເຫຼືອງເຫຼື້ອມ, ແມ່ນຄວາມສໍາເລັດມະຫັດສະຈັນທີ່ສະຫງ່າລາສີ “ດັງກ້ອງກັງວານ, ສັ່ນສະເທືອນໄປທົ່ວໂລກ”, ຢຸດຕິແອກປົກຄອງຂອງພວກລ່າເມືອງຂຶ້ນຝະລັ່ງ ຢູ່ປະເທດຫວຽດນາມ ແລະປະເທດຕ່າງໆຢູ່ແຫຼມອິນດູຈີນ ຢ່າງສົມບູນ, ສ້າງສັນຕິພາບຄືນໃໝ່ຢູ່ອິນດູຈີນ; ຢັ້ງຢືນວ່າ ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະລວມຂອງບັນດາຊົນຊາດ ທີ່ຖືກກົດຂີ່ຂູດຮີດ ແລະປະຊາທິປະໄຕ, ຄວາມກ້າວໜ້າໃນໂລກ, ແມ່ນໄຊຊະນະລວມຂອງປະຊາຊົນສາມປະເທດອິນດູຈີນ ແມ່ນ ຫວຽດນາມ-ລາວ-ກໍາປູເຈຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມໂຄສະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຂັມມະນີ ພົນເສນາ ຂອບໃຈທ່ານພັນເອກພິເສດ ຕ່າວວັນທ໊າຍ ໄດ້ໂອ້ລົມກ່ຽວກັບມູນເຊື້ອ, ຄວາມໝາຍປະຫວັດສາດຂອງໄຊຊະນະດ້ຽນບຽນຝູ. ຜ່ານນັ້ນ, ຊ່ວຍໃຫ້ພະນັກງານ, ພາລະກອນກະຊວງອຸດສາຫະກໍາ ແລະການຄ້າລາວ ໄດ້ຮູ້ ແລະເຂົ້າໃຈກ່ຽວກັບປະຫວັດສາດ,  ຄວາມໝາຍຂອງໄຊຊະນະດ້ຽນບຽນຝູ, ກ່ຽວກັບມູນເຊື້ອພິລະອາດຫານຂອງກອງທັບປະຊາຊົນຫວຽດນາມ; ມູນເຊື້ອ ສາມັກຄີແບບພິເສດ-ການຮ່ວມສໍາພັນສູ້ຮົບທີ່ສັດຊື່ບໍລິສຸດ, ສະໜິດສະໜົມ ລາວ-ຫວຽດນາມ ຢ່າງເລິກເຊິ່ງກວ່າອີກ; ພ້ອມທັງຢືນຢັນວ່າ, ກະຊວງອຸດສາຫະກໍາລາວ ຈະສືບຕໍ່ປະກອບສ່ວນຕັ້ງໜ້າ, ຊ່ວຍເພີ່ມທະວີ ແລະພັດທະນາສາຍພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ໝັ້ນຄົງ, ຍືນຍົງຕະຫຼອດໄປ ແລະນັບມື້ນັບເກີດດອກອອກຜົນ.

ໂດຍ: ທູຈາງ