ຄືກັບປະຊາຊົນຊາວໄທ, ກໍາປູເຈຍ, ມຽນມາ, ບຸນປີໃໝ່ແມ່ນບຸນຫົດນ້ຳ, ບຸນກຸດສົງການ, ພາວະນາຂໍໃຫ້ນໍາມາເຊິ່ງຄວາມຮົ່ມເຢັນ, ຄວາມຮຸ່ງເຮືອງສີວິໄລໃຫ້ແກ່ສັດສາວາສິ່ງ, ຕົ້ນໄມ້ໃບຫຍ້າ, ຄວາມບໍລິສຸດໃຫ້ຊີວິດຂອງມວນມະນຸດ. ໃນຊຸມວັນນີ້, ຕາມປົກກະຕິແລ້ວ ທຸກໆຄົນຈະໄດ້ຫົດນໍ້າໃຫ້ກັນ ເພື່ອອວຍພອນເຊິ່ງກັນ ແລະກັນ, ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ປີໃໝ່ອີ່ມໜຳສຳລານ, ທຸກໆຄອບຄົວມີຄວາມຜາສຸກ.

ບຸນປີໃໝ່ປີນີ້ຂອງລາວ ໄດ້ດໍາເນີນໃນລະຫວ່າງວັນທີ 14-16 ເມສາ, ພສ 2562.

leftcenterrightdel
ໃນບຸນປີໃໝ່, ຊາວລາວ ໄປວັດ ເພື່ອທຳພິທີບູຊາພະເຈົ້າ, ພາວະນາຂໍໃຫ້ມີສຸຂະພາບແຂງແຮງ ແລະມີຄວາມຜາສຸກ. ພາບ: vov.vn.

ໃນມື້ທໍາອິດ (ວັນທີ 14 ເມສາ) ກໍແມ່ນມື້ສຸດທ້າຍຂອງປີເກົ່າ, ປະຊາຊົນລາວ ປັດກວາດມ້ຽນມັດຈັດແຈງເຄື່ອງຂອງ, ອະນາໄມເຮືອນຊານໃຫ້ສະອາດ, ກະກຽມນໍ້າອົບນໍ້າຫອມ ແລະດອກໄມ້. ໃນຕອນບ່າຍຂອງມື້ທ້າຍປີ, ຕາມປົກກະຕິແລ້ວຊາວລາວ ມັກເຕົ້າໂຮມກັນຢູ່ວັດ ເພື່ອທຳພິທີບູຊາພະເຈົ້າ, ພາວະນາຂໍໃຫ້ມີສຸຂະພາບແຂງແຮງ ແລະມີຄວາມສຸກໃນປີໃໝ່.

ຫຼັງຈາກນັ້ນ, ທຸກໆຄົນກໍເຂົ້າຮ່ວມການຫົດສົງນ້ຳພະດ້ວຍນໍ້າອົບນໍ້າຫອມ. ນີ້ແມ່ນພິທີທີ່ມີຄວາມໝາຍທີ່ສຸດ ແລະບໍ່ອາດຈະຂາດໄດ້ໃນບຸນປີໃໝ່ຂອງລາວ. ນ້ຳຫອມພາຍຫຼັງຫົດສົງພະພຸດທະຮູບແລ້ວກໍຈະໄດ້ໂຕ່ງເອົາກັບຄືນເມືອເຮືອນ ເພື່ອເອົາມາຕົບໃສ່ຫົວເປັນສີລິມຸງຄຸນ.

leftcenterrightdel
ບັນດາສາວລາວ ຫົດສົງນ້ຳພະດ້ວຍນໍ້າອົບນໍ້າຫອມໃນບຸນປີໃໝ່ຢູ່ ວັດສີສະເກດ, ນະຄອນຫຼວງວຽງຈັນ. ພາບ: vov.vn

ໃນມື້ທີສອງ (ວັນທີ 15 ເມສາ), ປະຊາຊົນໄດ້ຈັດຕັ້ງການກິນ ແລະໄປຫຼິ້ນ, ຫົດນໍ້າຢູ່ຕາມຖະໜົນ, ຫົດນໍ້າໃຫ້ແຂກທີ່ມາຢ້ຽມຢາມ, ອວຍພອນປີໃໝ່ຄອບຄົວ.

ໃນມື້ທີສາມ (ວັນທີ 16 ເມສາ) ແມ່ນມື້ສຸດທ້າຍທີ່ມີຫຼາຍກິດຈະກໍາຟົດຟື້ນໄດ້ຮັບການຈັດຕັ້ງຢູ່ບັນດາສະຖານທີ່ຕ່າງໆ. ເພື່ອສະແດງຄວາມເຄົາລົບນັບຖື, ຄົນມີອາຍຸນ້ອຍກວ່າຈະຫົດນໍ້າໃຫ້ຜູ້ອາວຸໂສເພື່ອອວຍພອນໃຫ້ມີຊີວິດຍືນຍາວ ແລະວັດທະນາຖາວອນ. ໝູ່ເພື່ອນກໍຈະຫົດນ້ຳ ແລະອວຍພອນເຊິ່ງກັນ ແລະກັນ. ກ່ອນທີ່ຈະຫົດນ້ຳນັ້ນ, ທຸກຄົນໄດ້ອວຍພອນກັນ ແລະກັນດ້ວຍບັນດາຄໍາອວຍພອນທີ່ດີງາມ, ປີໃໝ່ຂໍໃຫ້ປະສົບແຕ່ຄວາມໂຊກດີທຸກໆຄົນ.

leftcenterrightdel
ຫົດນ້ໍາໃຫ້ທຸກໆຄົນແມ່ນປະເພນີທີ່ດີງາມໃນບຸນປີໃໝ່ຂອງຊາວລາວ. ພາບ: vov.vn.

ປະຊາຊົນລາວ ເຊື່ອໝັ້ນວ່າ, ນໍ້າຈະຊ່ວຍລຶບລ້າງສິ່ງບໍ່ດີ, ພະຍາດບາດເຍົາ ແລະປີໃໝ່ຂໍໃຫ້ມີສຸຂະພາບເຂັ້ມແຂງ, ສະອາດສະອ້ານ, ອາຍຸຍືນຍາວ. ໃນບຸນປີໃໝ່, ແຂກທີ່ໄປຢ້ຽມຢາມຄອບຄົວໃນຍາມປີໃໝ່ຈະຖືກເຈົ້າຂອງເຮືອນມັດແຂນໃຫ້ ເພື່ອອວຍພອນຂໍໃຫ້ມີຄວາມສຸກ ແລະມີສຸຂະພາບແຂງແຮງ.

ໂດຍ: ຈາງຫງວຽນ