ພົນເອກ ຟານວັນຢາງ ເປັນປະທານກອງປະຊຸມຄະນະປະຈໍາຄະນະພັກການທະຫານສູນກາງ
ກປ.ອອນໄລ - ວັນທີ 5 ມັງກອນ, ຄະນະປະຈໍາຄະນະພັກການທະຫານສູນກາງ ໄດ້ຈັດກອງປະຊຸມພິຈາລະນາ, ປະກອບຄໍາເຫັນໃສ່ເນື້ອໃນສໍາຄັນຈໍານວນໜຶ່ງ. ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການລາຍງານຈາກຜູ້ຕາງໜ້າກົມໃຫຍ່ພະລາທິການ-ເຕັກນິກກ່ຽວກັບການຜັນຂະຫຍາຍວຽກງານກະກຽມການລົງທຶນໂຄງການ ແລະການເລືອກເຟັ້ນແຜນງານສະຖາປັດຕະຍະກໍາກິດຈະກຳໂຮງລະຄອນກອງທັບ ນັບແຕ່ມີມະຕິຕົກລົງຂອງຄະນະປະຈໍາຄະນະພັກການທະຫານສູນກາງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ປະຕິບັດການຊີ້ນຳຂອງຂັ້ນເທິງ, ບັນດາອົງການ, ກົມກອງທີ່ກ່ຽວຂ້ອງໄດ້ເປັນເຈົ້າການສົມທົບກັນ, ຜັນຂະຫຍາຍເນື້ອໃນທີ່ກ່ຽວຂ້ອງເຖິງລະບຽບການລົງທຶນ, ລະບຽບການທີ່ດິນ, ແກ້ໄຂຊັບສິນກ່ຽວກັບທີ່ດິນ ແລະຂໍ້ມູນແຜນຜັງຢ່າງຮີບດ່ວນ. ພ້ອມທັງ, ຄັດເລືອກອົງການໃຫ້ຄຳປຶກສາພາຍໃນ ແລະສາກົນເພື່ອສະເໜີແຜນງານສະຖາປັດຕະຍະກໍາກິດຈະກໍາ; ສ້າງຕັ້ງສະພາໃຫ້ຄຳປຶກສາ ແລະຂໍ້ກຳນົດມາດຕະຖານຕີລາຄາ, ຄັດເລືອກແຜນງານສະຖາປັດຕະຍະກໍາກິດຈະກໍາເພື່ອຮັບປະກັນຖືກຕ້ອງຕາມຂໍ້ກໍານົດຂອງກົດໝາຍ.
    |
 |
|
ທ່ານພົນເອກ ຟານວັນຢາງ ເປັນປະທານກອງປະຊຸມ. ພາບ: qdnd.vn |
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ການລົງທຶນກໍ່ສ້າງໂຮງລະຄອນກອງທັບມີຄວາມໝາຍສໍາຄັນ, ປະກອບສ່ວນຍົກສູງຊີວິດດ້ານວັດທະນະທໍາ, ຈິດໃຈໃຫ້ທະຫານ, ເສີມຂະຫຍາຍປະສິດທິຜົນການເຄື່ອນໄຫວສິລະປະກອງທັບ. ນີ້ກໍ່ໄດ້ກໍານົດວ່າແມ່ນກິດຈະກໍາວັດທະນະທຳທີ່ພົ້ນເດັ່ນ, ສົມຄູ່ກັບທີ່ຕັ້ງ, ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນຫວຽດນາມ.
ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຮັບເອົາຄໍາເຫັນຂອງຄະນະປະຈໍາຄະນະພັກການທະຫານສູນກາງ ຢ່າງເຂັ້ມງວດ; ສໍາເລັດສໍານວນເອກະສານ, ແຜນງານລະອຽດຢ່າງຮີບດ່ວນ; ຈັດຕັ້ງຜັນຂະຫຍາຍຢ່າງແໜ້ນແຟ້ນ, ຄົບຊຸດ, ປະຢັດ, ຖືກຕ້ອງຕາມຂໍ້ກໍານົດຂອງກົດໝາຍ ແລະຄວາມຄືບໜ້າດ້ານເວລາ. ວິວັດການຜັນຂະຫຍາຍກໍ່ສ້າງຄວນຮັບປະກັນຄວາມຮຽກຮ້ອງຕ້ອງການທາງດ້ານເຕັກນິກ, ຄວາມງາມ ກໍ່ຄືລັກສະນະຄົບຊຸດ, ປະສິດທິຜົນ ແລະຍາວນານຂອງກິດຈະກໍາ.
ໂດຍ: ເຈິ່ນຮວ່ຽນ