ຈັດຕັ້ງການສຶກສາອົບຮົມ, ຮໍ່າຮຽນບັນດາຫົວເລື່ອງສະເພາະກ່ຽວກັບວຽກງານເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍໃນປີໃຫ້ແກ່ບັນດາເປົ້າໝາຍ, ຮັບປະກັນຄຸນນະພາບ, ມີປະສິດທິຜົນ. ຜົນການກວດກາທົ່ວອົງການປະກົດວ່າ 100% ບັນລຸໄດ້ຕາມຄວາມຮຽກຮ້ອງຕ້ອງການ, 42,5% ບັນລຸລະດັບເກັ່ງ ແລະ 47,5% ບັນລຸລະດັບດີ.

ຮັກສາ ແລະຈັດຕັ້ງວັນກົດໝາຍທຸກໆເດືອນ ຢ່າງມີແບບມີແຜນ ແລະມີປະສິດທິຜົນສູງ, ຕິດຄວາມຮຽກຮ້ອງຕ້ອງຊອກຮູ້ກົດໝາຍຂອງທະຫານ, ການສຶກສາທາງດ້ານການເມືອງແນວຄິດ, ຝຶກຝົນຫຼໍ່ຫຼອມລະບຽບວິໄນກັບເຫດການການເມືອງ.

ປີ 2026, ກົມໃຫຍ່ເສນາທິການ ຈະຊີ້ນໍາບັນດາອົງການ, ກົມກອງສືບຕໍ່ຄົ້ນຄວ້າ, ປ່ຽນແປງໃໝ່, ຫັນຮູບການ, ວິທີການເຜີຍແຜ່ກົດໝາຍ, ສຶກສາອົບຮົມດ້ານກົດໝາຍເປັນຫຼາຍຮູບຫຼາຍແບບ ໃຫ້ເໝາະສົມກັບລັກສະນະສະພາບການ, ໜ້າທີ່ວຽກງານ, ເພີ່ມທະວີຮູບການໂຄສະນາເຜີຍແຜ່ຜ່ານການສະແດງລະຄອນ, ສ້າງວີດີໂອ, ສາລະຄະດີ ເພື່ອໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍ.

leftcenterrightdel
ກົມໃຫຍ່ເສນາທິການ ຈັດຕັ້ງກອງປະຊຸມຖອດຖອນບົດຮຽນໃນວຽກງານຄຸ້ມຄອງແນວຄິດ, ລະບຽບວິໄນ; ສະຫຼຸບວຽກງານເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍ ແລະໜ້າທີ່ຂອງຄະນະຊີ້ນໍາ 35 ປີ 2025. ພາບ: qdnd.vn

ເອົາໃຈໃສ່ເຖິງການປະຕິບັດວຽກງານເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍກັບຂະບວນການແຂ່ງຂັນ, ຂະບວນການປຸກລະດົມ; ຕິດພັນກັບວຽກງານເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍກັບການຝຶກຝົນຫຼໍ່ຫຼອມລະບຽບວິໄນ, ສ້າງລະບຽບຫຼວງ ແລະສະພາບແວດລ້ອມວັດທະນະທຳ; ສົມທົບວຽກງານເຜີຍແຜ່ກົດໝາຍ, ສຶກສາອົບຮົມດ້ານກົດໝາຍກັບການຈັດຕັ້ງການເຄື່ອນໄຫວລະຫຼີ້ນບັນເທິງໃນເວລາພັກ ເພື່ອຄຸ້ມຄອງທະຫານ.

ເອົາໃຈໃສ່ເຖິງການລົງທຶນຄ່າໃຊ້ຈ່າຍ ແລະເພີ່ມເຕີມພາຫະນະ, ວັດຖຸ ເພື່ອຮັບໃຊ້ວຽກງານເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍຈາກງົບປະມານແຫ່ງລັດ, ພ້ອມທັງຕັ້ງໜ້າລະດົມແຫຼ່ງທຶນຖືກກັບກົດໝາຍ ເພື່ອຍົກສູງຄຸນນະພາບການເຄື່ອນໄຫວເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍ.

ໂດຍ: ທູຈາງ