ຄວາມເບີກບານມ່ວນຊື່ນເມື່ອມີເຮືອນຫຼັງໃໝ່ໃນ "ບັ້ນເຄື່ອນໄຫວ ກວາງຈູງ"
ກປ.ອອນໄລ - ວັນທີ 4 ມັງກອນ, ຢູ່ບ້ານ ອານຮ່ວາ, ຕາແສງ ຕຸຍເຟືອກ, ແຂວງຢາລາຍ, ກອງບັນຊາການທະຫານແຂວງຢາລາຍ ໄດ້ປະສານສົມທົບກັບຄະນະພັກ, ອໍານາດການປົກຄອງທ້ອງຖິິ່ນ ຈັດຕັ້ງພິທີມອບ-ຮັບເຮືອນໃຫ້ແກ່ບັນດາຄອບຄົວທີ່ໄດ້ຮັບຄວາມເສຍຫາຍອັນໜັກໜ່ວງຈາກໄພທຳມະຊາດ, ໃນຂອບເຂດ "ບັ້ນເຄື່ອນໄຫວ ກວາງຈູງ" ໂດຍນາຍົກລັດຖະມົນຕີ ປຸກລະດົມ. ທ່ານພົນຈັດຕະວາ ເຈີ່ນມິງຈ້ອງ, ຮອງຫົວໜ້າການເມືອງທະຫານເຂດ 5 ເຂົ້າຮ່ວມ ແລະມອບຂອງຂວັນໃຫ້ບັນດາຄອບຄົວ.
ເຮືອນຫຼັງໃໝ່ຂອງທ່ານນາງ ເລທິຮ່ວາ ແມ່ນໜຶ່ງໃນຈຳນວນ 43 ຫຼັງທີ່ໄດ້ມອບ-ຮັບໃນຄັ້ງທີ 1. ກິດຈະກໍາດັ່ງກ່າວ ໂດຍຄະນະຊີ້ນໍາປ້ອງກັນເຂດ 6 - ອານເຍີນດົງ ໄດ້ລະດົມພົນທະຫານ ມາຊ່ວຍເຫຼືອ, ລົງມືກໍ່ສ້າງໃຫ້ສຳເລັດພາຍຫຼັງ 25 ວັນ ແລະ ຄືນເຮັດວຽກຕິດຕໍ່ກັນ. ເຮືອນຫຼັງນີ້ມີໂຄງສ້າງທີ່ແຂງແກ່ນ, ມີຫ້ອງຮັບແຂກ, ຫ້ອງນອນ, ຫ້ອງຄົວ... ດ້ວຍມູນຄ່າວັດສະດຸທັງໝົດປະມານ 170 ລ້ານດົ່ງ.
    |
 |
|
ທ່ານພົນຈັດຕະວາ ເຈີ່ນມິງຈ້ອງ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວ. ພາບ: qdnd.vn |
ທ່ານນາງ ເລທິຮວາ ແບ່ງປັນໃນມື້ຮັບເຮືອນຫຼັງໃໝ່ດ້ວຍຄວາມສະເທື່ອນໃຈທີ່ວ່າ: “ພາຍຸລູກທີ 13 ໄດ້ເຮັດໃຫ້ເຮືອນຫຼັງເກົ່າຂອງຄອບຄົວຖືກພັງທະລາຍ. ຍ້ອນມີຄວາມເອົາໃຈໃສ່ຂອງພັກ, ລັດ, ອຳນາດການປົກຄອງທ້ອງຖິ່ນ, ຜູ້ໃຈບຸນໃຈກຸສົນ, ຄວາມສຸດຈິດສຸດໃຈຂອງພະນັກງານ, ນັກຮົບໃນການຂົນສົ່ງວັດສະດຸ, ກໍ່ສ້າງ, ຂ້າພະເຈົ້າມີເຮືອນຢູ່ທີ່ຖາວອນຕ້ອນຮັບປີໃໝ່ 2026”.
ຕາມທ່ານພັນເອກພິເສດ ມາຍກິມບິ່ງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຢາລາຍ ແລ້ວ, ພ້ອມດ້ວຍເຮືອນຈຳນວນ 43 ຫຼັງທີ່ມອບໃຫ້ບັນດາຄອບຄົວໃນຄັ້ງທີ 1, ຄາດວ່າ 57 ຫຼັງ ທີ່ຍັງເຫຼືອໃນບໍລິເວນແຂວງ ຄາດວ່າຈະກໍ່ສ້າງສໍາເລັດ ແລະມອບ-ຮັບ ໃນວັນທີ 10 ມັງກອນນີ້.
    |
 |
|
ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມແຂວງຢາລາຍ ໄດ້ຮັບຂອງຂວັນທີ່ມີຄຸນຄ່າຫຼາຍພູດ ຈາກບັນດາອົງການ, ກົມກອງ ໃນວັນຂຶ້ນເຮືອນໃໝ່. ພາບ: qdnd.vn |
ທ່ານພົນຈັດຕະວາ ເຈີ່ນມິງຈ້ອງ, ຮອງຫົວໜ້າການເມືອງທະຫານເຂດ 5 ເນັ້ນໜັກວ່າ: “ພະນັກງານ, ນັກຮົບບັນດາກົມກອງ ໄດ້ຊາບຊຶມການຊີ້ນໍາຂອງລັດຖະບານ ແລະ ແຜນການຂອງທະຫານເຂດຢ່າງເຂັ້ມງວດ, ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບສູງ, ເຮັດວຽກຢ່າງຮີບດ່ວນ, ຜ່ານຜ່າຄວາມຫຍຸງຍາກ, ປະຕິບັດຕາມກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ ແລະລະບຽບວິໄນການຂົນຂວາຍປະຊາຊົນ ຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພດ້ານຊີວິດອິນຊີ ແລະພາຫະນະຢ່າງເດັດຂາດ, ປະຕິບັດສໍາເລັດວຽກງານກ່ອນເວລາກໍານົດ".
ໂດຍ: ທູຈາງ