ກອງປະຊຸມໄດ້ດຳເນີນແຕ່ວັນທີ 13 – 18 ຕຸລາ ຢູ່ນະຄອນຫຼວງ New Delhi (ອິນເດຍ), ດ້ວຍຫົວຂໍ້ “ຍົກສູງຄວາມສາມາດ ແລະລະດົມກຳລັງສຳລັບການເຄື່ອນໄຫວຮັກສາສັນຕິພາບແບບຍືນຍົງຂອງສະຫະປະຊາຊາດ”. ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມໄດ້ຈັດຂຶ້ນເພື່ອສ້າງເວທີປາໄສໃຫ້ຫົວໜ້າເສນາທິການທະຫານບົກ ເພີ່ມທະວີການເຈລະຈາ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະສະເໜີບັນດາຂໍ້ລິເລີ່ມຮ່ວມມືກ່ຽວກັບການຮັກສາສັນຕິພາບ ສປຊ.

leftcenterrightdel
ທ່ານພົນໂທ ຫງວຽນວັນເຫ້ງຍ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ເຈິ່ນດວ່ານ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນວັນເຫ້ງຍ ເນັ້ນໜັກວ່າ: ຫວຽດນາມ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະຄຳໝັ້ນສັນຍາຢ່າງແຂງແຮງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ຖືນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສາກົນ ກໍ່ຄືນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ.

ທ່ານພົນໂທ ຫງວຽນວັນເຫງ້ຍ ສະເໜີບາງວິທີແກ້ໄຂເພື່ອຊຸກຍູ້ການເຄື່ອນໄຫວຂອງກຳລັງຮັກສາສັນຕິພາບສະຫະປະຊາຊາດໃຫ້ມີປະສິດທິຜົນ, ໃນນັ້ນມີ: ເອົາໃຈໃສ່ກະກຽມກໍາລັງ, ເພີ່ມທະວີການຝຶກແອບ, ບໍາລຸງສ້າງ, ປະກອບວັດຖຸອຸປະກອນຢ່າງຄົບຖ້ວນ, ຮອບດ້ານເພື່ອຮັບປະກັນການຮັບມືກັບສະພາບແວດລ້ອມການເຮັດວຽກທີ່ນັບມື້ນັບເພີ່ມຂຶ້ນຂອງຄະນະປະຕິບັດງານ, ເສີມຂະຫຍາຍມີປະສິດທິຜົນເມື່ອເຮັດວຽກຢູ່ໃນສະພາບແວດລ້ອມສາກົນຫຼາຍຝ່າຍ; ຊຸກຍູ້ການຮ່ວມມືສາກົນໃນການຄົ້ນຄວ້າແບ່ງປັນປະສົບການ, ສະໜັບສະໜູນຍົກສູງຄວາມສາມາດ, ຍູ້ແຮງການນຳໃຊ້ວິທະຍາສາດ ແລະເຕັກໂນໂລຊີ ໃນນັ້ນມີເຕັກໂນໂລຊີດີຈີຕອນ ແລະປັນຍາປະດິດ (AI), ຮັບປະກັນການຮັບມືຢ່າງປອດໄພຂອງກຳລັງຮັກສາສັນຕິພາບສະຫະປະຊາຊາດ; ປະສານສົມທົບບັນດາປັດໄຈປົກປັກຮັກສາສິ່ງແວດລ້ອມເຂົ້າໃນວິວັດການນຳໃຊ້ເຕັກໂນໂລຊີເພື່ອຮັບປະກັນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດມີປະສິດທິຜົນ, ຍືນຍົງ ແລະຍາວນານ.

leftcenterrightdel
ບັນຍາກາດທ່ີກອງປະຊຸມ. ພາບ: ເຈິ່ນດວ່ານ

ໃນຂອບເຂດກອງປະຊຸມ, ທ່ານພົນໂທ ຫງວຽນວັນເຫ້ງຍ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດອິນເດຍ Rajnath Singh; ພົບປະສອງຝ່າຍກັບທ່ານພົນເອກ Upendra Dwivedi, ຫົວໜ້າເສນາທິການທະຫານບົກອິນເດຍ ແລະພົບປະນອກກອງປະຊຸມ ກັບຫົວໜ້າຄະນະທີ່ມາຈາກຫຼາຍປະເທດ. ທີ່ການພົບປະຄັ້ງຕ່າງໆ, ທ່ານພົນໂທ ຫງວຽນວັນເຫງ້ຍ ເນັ້ນໜັກວ່າ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ, ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ, ໃນນັ້ນການຮ່ວມມືຮັກສາສັນຕິພາບ ສປຊ ສືບຕໍ່ແມ່ນຈຸດພົ້ນເດັ່ນ.

ໂດຍ: ໄຊນີດາ