ທ່ານພົນໂທ ເລຮຸຍວິງ: ເອົາໃຈໃສ່ເປັນສໍາຄັນຍູ້ແຮງການຫັນເປັນດີຈີຕອນຢູ່ກະຊວງປ້ອງກັນປະເທດ
ກປ.ອອນໄລ - ຕອນບ່າຍວັນທີ 17 ຕຸລາ, ທ່ານພົນໂທ ເລຮຸຍວິງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປັນປະທານກອງປະຊຸມເຮັດວຽກກັບບາງອົງການ, ກົມກອງກ່ຽວກັບການຫັນເປັນດີຈີຕອນຢູ່ກະຊວງປ້ອງກັນປະເທດ.
ທີ່ກອງປະຊຸມ, ບັນດາອົງການ, ກົມກອງໄດ້ລາຍງານການສ້າງແຜນການກ່ຽວກັບການພັດທະນາ ແລະຫັນເປັນການນຳໃຊ້ cloud computing ໄລຍະ 2025-2030; ຊອບແວສໍາລັບການຄຸ້ມຄອງໜ້າທີ່ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ; ໝາກຜົນ ແລະສະພາບການຜັນຂະຫຍາຍປະຕິບັດການສົ່ງ ແລະຮັບເອກະສານເອເລັກໂຕນິກທີ່ມີລະດັບລັບແມ່ນ "ຄວາມລັບ" ໃນເຄືອຂ່າຍອິນເຕີແນັດສົ່ງຂໍ້ມູນການທະຫານ.
    |
 |
ທ່ານພົນໂທ ເລຮຸຍວິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn |
ທ່ານພົນໂທ ເລຮຸຍວິງ ຮຽກຮ້ອງໃຫ້ກອງບັນຊາການ 86 ຄົ້ນຄວ້າຢ່າງເຂັ້ມງວດ, ປະກອບຄໍາຄິດເຫັນທີ່ກອງປະຊຸມ, ສໍາເລັດແຜນການກ່ຽວກັບການພັດທະນາ ແລະຫັນເປັນນໍາໃຊ້ cloud computing ໄລຍະ 2025-2030, ຍື່ນສະເໜີໃຫ້ການນຳກະຊວງປ້ອງກັນປະເທດ ຮັບຮອງເອົາ ແລະເຊັນປະກາດໃຊ້.
ປະສານສົມທົບສ້າງ ແລະປະກາດໃຊ້ແຜນການໃຫ້ລະອຽດການຜັນຂະຫຍາຍປະຕິບັດການພັດທະນາ ແລະຫັນເປັນນຳໃຊ້ cloud computing ຮັບປະກັນໃນເວລາກຳນົດ. ແນະນຳບັນດາອົງການ, ກົມກອງພາຍໃນກະຊວງປ້ອງກັນປະເທດໃນວິວັດການສ້າງແຜນຮ່າງຫັນປ່ຽນດີຈີຕອນຂອງກະຊວງປ້ອງກັນປະເທດ ສະບັບປັບປຸງ ໄລຍະ 2026-2030.
ກ່ຽວກັບຊອບແວຄຸ້ມຄອງໜ້າທີ່, ທ່ານພົນໂທ ເລຮຸຍວິງ ມອບໃຫ້ກົມວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ເປັນປະທານ, ສົມທົບກັບບັນດາອົງການ, ກົມກອງນໍາໃຊ້ລະບົບຂໍ້ມູນຂ່າວສານທີ່ເປັນເຄື່ອງມືທີ່ຈໍາເປັນເຂົ້າໃນຊີ້ນໍາ ແລະການບໍລິຫານງານໃນແຕ່ລະວັນ, ແຕ່ລະອາທິດ ເພື່ອຕິດຕາມຄວາມຄືບໜ້າ, ຄົ້ນພົບຂໍ້ຕິດຂັດ, ໜ້າທີ່ຊັກຊ້າໂດຍໄວ, ໜູນຊ່ວຍການຕັດສິນໃຈຢ່າງທັນການ ແລະມີປະສິດທິຜົນ.
ສ້າງລະບຽບການຂຸດຄົ້ນ, ນຳໃຊ້ຊອບແວ ແລະອັບເດດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍພາຍຫຼັງທີ່ລະບົບຊອບແວເຂົ້າເຄື່ອນໄຫວ; ອັບເດດ ແລະຕິດຕາມກວດກາຜົນການປະຕິບັດແຜນການຂັ້ນກະຊວງປ້ອງກັນປະເທດ ແລະແຈ້ງການສະຫຼຸບຂອງຫົວໜ້າກະຊວງປ້ອງກັນປະເທດ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ພ້ອມທັງ, ກອງບັນຊາການ 86, ກົມກົດລັບ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ແລະຫ້ອງວ່າການກະຊວງປ້ອງກັນປະເທດ ກໍ່ໄດ້ກວດກາຄືນ ແລະຮັບປະກັນໂຄງລ່າງເຄືອຂ່າຍຄອມພິວເຕີການທະຫານຂອງບັນດາອົງການ, ກົມກອງຕອບສະໜອງຕາມລະບຽບການສົ່ງ-ຮັບເອກະສານລັບໃນເຄືອຂ່າຍອິນເຕີແນັດສົ່ງຂໍ້ມູນການທະຫານ, ພິເສດກັບບັນດາອົງການ, ກົມກອງທີ່ສໍາເລັດໃນເດືອນ ຕຸລາ 2025.
ໂດຍ: ໄຊນີດາ