ທ່ານ ໂຕເລິມ ເລຂາທິການໃຫຍ່, ເລຂາຄະນະພັກການທະຫານສູນກາງ; ທ່ານປະທານປະເທດ ເລືອງເກື່ອງ ແລະທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝີນ ສົ່ງກະຕ່າດອກໄມ້ອວຍພອນ.

ດ້ວຍການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດປົດປ່ອຍຊາດ, ປົກປັກຮັກສາປະເທດຊາດ ແລະສ້າງສາປະເທດ, ກໍາລັງປະກອບອາວຸດທະຫານເຂດ 5 ເປັນກຽດທີ່ໄດ້ພັກ, ລັດຍ້ອງຍໍຊົມເຊີຍນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນ; ໄດ້ຮັບຫຼຽນໄຊດາວເຫຼືອງ 2 ຫຼຽນ, ຫຼຽນໄຊ ໂຮ່ຈີມິນ 3 ຫຼຽນ ແລະຫຼາຍລາງວັນອັນສູງສົ່ງອື່ນ.

leftcenterrightdel
ພິທີຕ້ອນຮັບ ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງ. ພາບ: ວັນຈູງ

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຕີລາຄາສູງ ແລະຊົມເຊີຍຄວາມມານະພະຍາຍາມ ແລະປະກອບສ່ວນອັນໃຫຍ່ຫຼວງຂອງກຳລັງທະຫານເຂດ 5 ໃນພາລະກິດການປະຕິວັດ, ກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ, ພາລະກິດສ້າງສາ ແລະພັດທະນາກອງທັບປະຊາຊົນຫວຽດນາມ. ເມື່ອປະເທດເປັນເອກະພາບ, ກ້າວເຂົ້າສູ່ໄລຍະສ້າງສາ, ພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນ, ກໍາລັງປະກອບອາວຸດທະຫານເຂດ 5 ໄດ້ຫັນໜ້າທີ່ຈາກສົງຄາມປົດປ່ອຍຊາດເປັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ປາບປາມພວກປະຕິການ, ແກ້ໄຂບັນຫາ FULRO, ເຮັດໜ້າທີ່ສາກົນອັນສູງສົ່ງກັບກໍາປູເຈຍ; ເຂົ້າຮ່ວມພັດທະນາເສດຖະກິດ-ສັງຄົມ; ຫຼັກແຫຼ່ງໃນການປ້ອງກັນ, ຕ້ານໄພທໍາມະຊາດ, ພະຍາດ, ກູ້ຊີບ, ກູ້ໄພ, ປະກອບສ່ວນສໍາຄັນໃນການຮັກສາຄວາມໝັ້ນຄົງດ້ານການເມືອງ-ສັງຄົມໃນບໍລິເວນ.

ເພື່ອປະຕິບັດສຳເລັດໜ້າທີ່ໃນໄລຍະຈະມາເຖິງເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີໃຫ້ກໍາລັງປະກອບອາວຸດ ທະຫານເຂດ 5 ສຸມໃສ່ ແລະຍົກສູງຄຸນນະພາບວຽກງານເປັນເສນາທິການຍຸດທະສາດກ່ຽວກັບການທະຫານ ແລະການປ້ອງກັນຊາດ; ເປັນເຈົ້າການ, ຮູ້ສຶກໄວໃນການກໍາແໜ້ນ ແລະຄາດຄະເນຕິດແທດກັບການຜັນແປຂອງສະພາບການ, ຕີລາຄາຜົນກະທົບເຖິງບໍລິເວນ;...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ກໍາລັງປະກອບອາວຸດທະຫານເຂດ 5. ພາບ: ວັນຈູງ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການ, ກົມກອງຍົກສູງຄຸນນະພາບການຝຶກຊ້ອມ, ຊ້ອມຮົບ, ກຽມພ້ອມສູ້ຮົບຢ່າງແທດຈິງ, ເປົ້າໝາຍ, ບໍລິເວນສູ້ຮົບ; ຍົກສູງຄວາມສາມາດຈັດຕັ້ງການບັນຊາ, ຮ່ວມມືຂອງບັນດາກໍາລັງ, ໂດຍສະເພາະແມ່ນກັບກໍາລັງຕໍາຫຼວດໃນການປົກປັກຮັກສາໃຫ້ໝັ້ນຄົງເຂດນ່ານຟ້າ, ເຂດທະເລ, ຊາຍແດນ, ພາຍໃນປະເທດ, ເຄືອຂ່າຍອິນເຕີແນັດ, ຮັກສາຄວາມໝັ້ນຄົງ-ຄວາມເປັນລະບຽບຮຽບຮ້ອຍ; ບຸກທະລຸພັດທະນາວິທະຍາສາດ-ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດສ້າງ ແລະຫັນເປັນດີຈີຕອນ;...

ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທະຫານເຂດ 5 ເອົາໃຈໃສ່ ແລະປະຕິບັດພາລະບົດບາດກອງທະຫານປະຕິບັດງານ, ກອງທະຫານອອກແຮງງານທໍາການຜະລິດ. ຍົກສູງປະສິດທິຜົນການເຄື່ອນໄຫວຂອງຄະນະເສດຖະກິດ-ປ້ອງກັນຊາດ, ບັນດາວິສາຫະກິດກອງທັບ; ເອົາໃຈໃສ່ປັບປຸງຊີວິດທາງດ້ານວັດຖຸ, ຈິດໃຈໃຫ້ພະນັກງານ, ນັກຮົບ. ເບິ່ງແຍງດູແລ, ປະຕິບັດນະໂຍບາຍກອງທັບ, ແນວຫຼັງກອງທັບເປັນຢ່າງດີ; ວຽກງານຕອບບຸນແທນຄຸນ, ມານະພະຍາຍາມກວ່າອີກໃນໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ, ກໍາລັງປະກອບອາວຸດທະຫານເຂດ 5 ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ສູ້ຊົນຍາດໄດ້ຫຼາຍວິລະກໍາ ແລະຜົນງານສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ,...

ທີ່ພິທີສະເຫຼີມສະຫຼອງ, ຕາງໜ້າການນໍາພັກ, ລັດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ກໍາລັງປະກອບອາວຸດທະຫານເຂດ 5.

ໂດຍ: ໄຊນີດາ