ຕາມນັ້ນແລ້ວ, ທະຫານເຂດ 4 ໄດ້ໜູນຊ່ວຍ, ມອບເຮືອຈັກປະເພດຕ່າງໆ ພ້ອມດ້ວຍເຄື່ອງຊ່ວຍຊູຊີບ ແລະເສື້ອຊູຊີບ 100 ອັນ ດ້ວຍມູນຄ່າທັງໝົດກວ່າ 4 ຕື້ດົ່ງ ໃຫ້ແກ່ກອງທັບປະຊາຊົນລາວ.

leftcenterrightdel
ຜູ້ຕາງໜ້າທະຫານເຂດ 4 ແລະກອງທັບປະຊາຊົນລາວ ຈັດຕັ້ງການມອບ-ຮັບພາຫະນະ, ວັດຖຸອຸປະກອນກູ້ໄພກູ້ຊີບທີ່ນະຄອນຫຼວງວຽງຈັນ, ລາວ. ພາບ: qdnd.vn

ທີ່ພິທີມອບ-ຮັບພາຫະນະ, ວັດຖຸອຸປະກອນກູ້ໄພກູ້ຊີບໃຫ້ແກ່ກອງທັບປະຊາຊົນລາວ, ຜູ້ຕາງໜ້າທະຫານເຂດ 4 ຫວັງວ່າ ກົມກອງເພື່ອນມິດຈະຮັບເອົາ, ຄຸ້ມຄອງ, ນຳໃຊ້ພາຫະນະ, ວັດຖຸອຸປະກອນກູ້ໄພກູ້ຊີບໃຫ້ມີຄຸນນະພາບ, ມີປະສິດທິຜົນ, ປະກອບສ່ວນຍົກສູງຄຸນນະພາບການຝຶກແອບ, ຝຶກຊ້ອມ ແລະຮັບປະກັນອຸປະກອນ, ວັດຖຸຮັບໃຊ້ວຽກງານຊອກຫາ, ກູ້ໄພກູ້ຊີບ ເມື່ອກໍລະນີເກີດຂຶ້ນໃຫ້ເປັນຢ່າງດີ. ນີ້ແມ່ນການເຄື່ອນໄຫວການທູດປ້ອງກັນຊາດທີ່ມີຄວາມໝາຍເພື່ອແນໃສ່ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ - ລາວ ອ້າຍນ້ອງ.

leftcenterrightdel
ພາຫະນະ, ວັດຖຸອຸປະກອນກູ້ໄພກູ້ຊີບປະເພດຕ່າງໆ ທີ່ມອບໃຫ້ກອງທັບປະຊາຊົນລາວ. ພາບ: qdnd.vn

ຄືດັ່ງໄດ້ຮູ້ແລ້ວ, ແຕ່ວັນທີ 3-15 ຕຸລາ ຜ່ານມາ, ທະຫານເຂດ 4 ໄດ້ຈັດສົ່ງພະນັກງານ, ນັກຮົບເກືອບ 100 ຄົນ ພ້ອມດ້ວຍພາຫະນະ, ວັດຖຸອຸປະກອນເຄື່ອນທີ່ເຂົ້າຮ່ວມການເຝິກຊ້ອມກອບກູ້ໄພພິບັດຮ່ວມລະຫວ່າງກອງທັບສາມປະເທດ ລາວ-ຫວຽດນາມ-ກຳປູເຈຍ ຢູ່ນະຄອນຫຼວງວຽງຈັນ, ລາວ ບັນລຸໄດ້ໝາກຜົນສູງ, ປອດໄພຢ່າງເດັດຂາດ, ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກລັດຖະບານ ແລະລັດຖະມົນຕີກະຊວງປ້ອງກັນປະເທດ 3 ປະເທດ.

ໂດຍ: ທູຈາງ