    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາສະຫາຍການນໍາພັກ, ລັດ, ກອງທັບ ແລະຜູ້ແທນທີ່ກອງບັນຊາການທະຫານເຂດ 1. ພາບ: qdnd.vn |
ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ສົ່ງຄໍາອວຍພອນອັນດີງາມທີ່ສຸດມາຍັງພະນັກງານ, ນັກຮົບລຸ້ນຕ່າງໆ, ຮັບຮູ້ ແລະຍ້ອງຍໍຊົມເຊີຍວິລະກໍາ, ຜົນງານ ເຊິ່ງພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 1 ບັນລຸໄດ້ໃນໄລຍະ 80 ປີຜ່ານມາ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍຜູ້ແທນ ຢ້ຽມຊົມຮ້ານວາງສະແດງທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn |
ເພື່ອປະຕິບັດໜ້າທີ່ ເຊິ່ງ ພັກ, ລັດ, ກອງທັບມອບໝາຍ ຢ່າງມີໄຊ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງທະຫານເຂດ ແລະເພື່ອປະຕິບັດສໍາເລັດພາລະບົດບາດ, ໜ້າທີ່ຂອງກົມກອງຂັ້ນບັ້ນຮົບ-ຍຸດທະວິທີຂອງກະຊວງປ້ອງກັນປະເທດ ໃນບໍລິເວນຈຸດສຸມຂອງປະເທດ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮອ້ງໃຫ້ກໍາລັງປະກອບອາວຸດທະຫານເຂດ 1 ຕ້ອງຊາບຊຶມຢ່າງເປັນປະຈໍາ ແລະເລິກເຊິ່ງ, ກໍາແໜ້ນແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ເປັນຕົ້ນແມ່ນມະຕິສູນກາງ 8 ຊຸດທີ XIII ວ່າດ້ວຍ “ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່”. ສືບຕໍ່ເປັນເຈົ້າການກໍາແໜ້ນ, ຄາດຄະເນສະພາບການຢ່າງຊັດເຈນ, ບົນພື້ນຖານນັ້ນເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ສະເໜີໃຫ້ພັກ, ລັດ ມາດຕະການໃຫຍ່ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ ໃນບໍລິເວນໂດຍທະຫານເຂດຄຸ້ມຄອງ. ປະຕິບັດທິດນໍາ “2 ຢຶດໝັ້ນ, 2 ຍູ້ແຮງ ແລະ 2 ສະກັດກັ້ນ” ໃຫ້ເປັນຢ່າງດີ ແນໃສ່ປະຕິບັດທິດທາງ, ເປົ້າໝາຍ, ໜ້າທີ່ການທະຫານ, ການປ້ອງກັນຊາດ ແລະກໍ່ສ້າງອົງຄະນະພັກກອງທັບ, ທະຫານເຂດຢ່າງມີໄຊ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn |
ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ: “ເອົາໃຈໃສ່ກໍ່ສ້າງເຂດປ້ອງກັນໃນບໍລິເວນທະຫານເຂດ 1 ໃຫ້ໝັ້ນຄົງເຂັ້ມແຂງ, ກໍ່ສ້າງທ່າຮົບປ້ອງກັນຊາດທົ່ວປວງຊົນຕິດພັນກັບທ່າຮົບປະຊາຊົນປ້ອງກັນຄວາມສະຫງົບໃຫ້ໜັກແໜ້ນ, ພິເສດແມ່ນ “ທ່າຮົບໃນຈິດໃຈປະຊາຊົນ” ໃນບໍລິເວນ; ຕິດພັນການພັດທະນາເສດຖະກິດກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາເອກະລາດອະທິປະໄຕ, ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ, ທະເລໝູ່ເກາະຂອງປະເທດ “ແຕ່ຫົວທີ”, “ແຕ່ໄກ”, ຮັກສາໄວ້ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ເຂດຊາຍແດນເພື່ອສ້າງສາ, ພັດທະນາປະເທດຊາດ”.
ທ່ານເລຂາທິການໃຫຍ່ ຍັງສະເໜີສຸມໃສ່ກໍ່ສ້າງກຳລັງປະກອບອາວຸດທະຫານເຂດທີ່ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ, ປະຕິວັດ, ເປັນກໍາລັງຫຼວງ, ທັນສະໄໝ, ຍົກສູງກຳລັງແຮງສັງລວມ ແລະລະດັບຄວາມຮູ້ຄວາມສາມາດສູ້ຮົບ. ພິເສດ, ປະຕິບັດບັນດາໂຄງການພັດທະນາເສດຖະກິດສົມທົບກັບການປ້ອງກັນຊາດ ແລະພົນລະເຮືອນຢ່າງມີປະສິດທິຜົນ. ຈັດໃຫ້ບັນດາກົມກອງທະຫານໄປຝຶກແອບຢູ່ນອກຄ້າຍທະຫານສົມທົບກັບການປະຕິບັດວຽກງານຂົນຂວາຍປະຊາຊົນຊ່ວຍໃຫ້ປະຊາຊົນມີການດໍາລົງຊີວິດເປັນປົກກະຕິ, ພັດທະນາເສດຖະກິດ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ກໍາລັງປະກອບອາວຸດທະຫານເຂດ 1. ພາບ: qdnd.vn |
ທີ່ພິທີ, ຕາງໜ້າການນໍາພັກ, ລັດ, ທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາຄະນະພັກການທະຫານສູນກາງ ໄດ້ປະດັບຫຼຽນໄຊ ໂຮ່ຈີມິນ ໃຫ້ແກ່ກໍາລັງປະກອບອາວຸດທະຫານເຂດ 1 ຍ້ອນມີມູນເຊື້ອມາແຕ່ດົນນານ, ມີຄຸນງາມຄວາມດີອັນໃຫຍ່ຫຼວງ, ດີເລີດພິເສດໃນພາລະກິດການປະຕິວັດຂອງພັກ, ຂອງຊາດ.
ໂດຍ: ທູຈາງ