ອົດສະຕາລີ ໜູນຊ່ວຍເຄື່ອງໃຊ້ທີ່ຈຳເປັນມີມູນຄ່າ 3 ລ້ານໂດລາອົດສະຕາລີ ໃຫ້ແກ່ຫວຽດນາມ
ກປ.ອອນໄລ - ວັນທີ 14 ຕຸລາ, ຕາມຂໍ້ມູນຂ່າວສານຂອງສະຖານທູດອົດສະຕາລີ ປະຈໍາ ຫວຽດນາມ, ອົດສະຕາລີ ຈະສະໜອງເຄື່ອງໃຊ້ທີ່ຈຳເປັນມີມູນຄ່າ 3 ລ້ານ ໂດລາອົດສະຕາລີ ເພື່ອໜູນຊ່ວຍດ້ານມະນຸດສະທໍາໃຫ້ແກ່ຫວຽດນາມ ພາຍຫຼັງສອງພາຍຸ ລູກທີ 10 (Bualoi) ແລະ ລູກທີ 11 (Matmo).