ກ່າວຄຳເຫັນປິດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ຫງວຽນຢຸຍມິງ, ຮອງຫົວໜ້າກົມພົວພັນຕ່າງປະເທດ ເນັ້ນໜັກວ່າ, ພາຍຫຼັງໄລຍະຄົ້ນຄວ້າ ແລະແລກປ່ຽນ ດ້ວຍຄວາມຮັບຜິດຊອບສູງ, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດໂຄງການ, ຮັບປະກັນຄຸນນະພາບ, ຖືກກັບແຜນການທີ່ວາງອອກ.

ຕາມທ່ານພົນຈັດຕະວາ ຫງວຽນຢຸຍມິງ ແລ້ວ, ສະພາບການໂລກ ແລະພາກພື້ນພວມມີການຜັນແປຢ່າງວ່ອງໄວ ແລະສັບສົນ, ຮຽກຮ້ອງໃຫ້ພະນັກງານການທູດເວົ້າລວມ, ພະນັກງານການທູດປ້ອງກັນຊາດເວົ້າສະເພາະຕ້ອງຄົ້ນຄວ້າ, ຍົກສູງກໍາລັງຄວາມສາມາດ, ຄວາມຮູ້ຄວາມສາມາດໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ເປັນຕົ້ນແມ່ນໃນວຽກງານຄົ້ນຄວ້າ, ວິເຄາະ, ຕີລາຄາ, ຄາດຄະເນສະພາບການ ແລະເປັນເສນາທິການວິທີການແກ້ໄຂ ເພື່ອຮັບປະກັນຜົນປະໂຫຍດຂອງປະເທດຊາດ ແລະຊົນຊາດຢ່າງສຸດຂີດ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຢຸຍມິງ ມອບໃບຢັ້ງຢືນໃຫ້ແກ່ພະນັກງານກອງທັບແຫ່ງລາຊະອານາຈັກກໍາປູເຈຍ ທີ່ໄດ້ສໍາເລັດຊຸດຝຶກອົບຮົມ. ພາບ: qdnd.vn

ນອກຈາກນັ້ນ, ການຫັນເປັນໂລກາພິວັດ, ສັນຕິພາບ ແລະການຮ່ວມມື ໄດ້ ແລະກໍາລັງແມ່ນທ່າອ່ຽງລວມຂອງໂລກ. ສິ່ງດັ່ງກ່າວໄດ້ເຮັດໃຫ້ການເຄື່ອນໄຫວພົວພັນຕ່າງປະເທດນັບມື້ນັບເພີ່ມຂຶ້ນ, ຄວາມຮຽກຮ້ອງຕ້ອງການກ່ຽວກັບລັກສະນະທັນສະໄໝ ແລະເປັນມືອາຊີບຂອງວຽກງານການທູດເວົ້າລວມ ແລະການທູດປ້ອງກັນຊາດ ເວົ້າສະເພາະນັບມື້ນັບສູງຂຶ້ນ. ຍ້ອນເຫດນັ້ນ, ພະນັກງານການທູດເວົ້າລວມ ແລະພະນັກງານການທູດປ້ອງກັນຊາດເວົ້າສະເພາະ ຕ້ອງຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ, ຍົກສູງທັກສະດ້ານວິຊາການຢ່າງບໍ່ຢຸດຢັ້ງ ເພື່ອທຽບເທົ່າກັບໜ້າທີ່ວຽກງານ.

ທ່ານພົນຈັດຕະວາ ຫງວຽນຢຸຍມິງ ເນັ້ນໜັກວ່າ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ກໍາປູເຈຍ ໃນໄລຍະຜ່ານມາ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເປັນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ. ປະກອບສ່ວນເຂົ້າໃນຜົນສຳເລັດລວມນັ້ນ, ວຽງການການທູດປ້ອງກັນຊາດໄດ້ເສີມຂະຫຍາຍບົດບາດສຳຄັນເປັນຂົວຕໍ່ທີ່ສໍາຄັນ.

ທ່ານພົນຈັດຕະວາ ຫງວຽນຢຸຍມິງ ສະແດງຄວາມປາດຖະໜາວ່າ ບັນດາພະນັກງານກອງທັບ ແຫ່ງລາຊະອານາຈັກ ກໍາປູເຈຍ ຈະໝູນໃຊ້ຄວາມຮູ້, ປະສົບການທີ່ໄດ້ຖອດຖອນ, ຄົ້ນຄວ້າ ແລະຮ່ຳຮຽນໃນໄລຍະຝຶກອົບຮົມຢູ່ຫວຽດນາມ ເພື່ອປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ໂດຍ: ທູຈາງ