ພາຫະນະສະແດງໃຫ້ເຫັນການພັດທະນາຂອງກໍາລັງຕໍາຫຼວດປະຊາຊົນ
ກປ.ອອນໄລ - ໃນຊຸມມື້ນີ້, ກໍາລັງຕໍາຫຼວດປະຊາຊົນ ທີ່ເຂົ້າຮ່ວມການເດີນຂະບວນສວນສະໜາມ ຮັບໃຊ້ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພວມຝຶກແອບຢ່າງຕັ້ງໜ້າ.
ທີ່ພິທີສະເຫຼີມສະຫຼອງ, ຈະສະເໜີຕົວບັນດາພາຫະນະພິເສດທັນສະໄໝເຖິງມະຫາຊົນ, ສິ່ງດັ່ງກ່າວສະແດງໃຫ້ເຫັນກໍາລັງຄວາມສາມາດໃນການສູ້ຮົບ, ຄວາມສາມາດເຄື່ອນທີ່ ແລະຮັບມືຢ່າງມີປະສິດທິຜົນຕໍ່ກັບກໍລະນີສັບສົນທາງດ້ານຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍ; ພ້ອມກັນນັ້ນຍັງສະແດງໃຫ້ເຫັນບາດກ້າວພັດທະນາ, ການຈັດຕັ້ງ ແລະເຄື່ອງອຸປະກອນຂອງຕໍາຫຼວດປະຊາຊົນ - ກຳລັງຫຼັກແຫຼ່ງໃນການປົກປັກຮັກສາຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ.
    |
 |
ຂະບວນລົດບັນຊາການຈະລາຈອນ ເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພໃນການສັນຈອນ ແລະພາທາງໃນເຫດການສຳຄັນ. ພາບ: qdnd.vn |
    |
 |
ຂະບວນລົດສູນບັນຊາການສູ້ຮົບເຄື່ອນທີ່ດ້ວຍລະບົບສະຖານີສົ່ງສັນຍານ, ເພີ່ມຂອບເຂດຕິດຕໍ່ສື່ສານ, ໜູນຊ່ວຍວຽກງານບັນຊາການສູ້ຮົບໃນທຸກເງື່ອນໄຂ. ພາບ: qdnd.vn |
    |
 |
ຂະບວນລົດລົດຫຸ້ມເກາະປ້ອງກັນລູກປືນປະກອບໃຫ້ກໍາລັງຕຳຫຼວດພິເສດ, ມີລັກສະນະເຄື່ອນຍ້າຍສູ້ຮົບສູງ. ພາບ: qdnd.vn |
    |
 |
ກໍາລັງຕໍາຫຼວດເຄື່ອນທີ່ເທິງລົດສູ້ຮົບໃຕ້ນ້ຳພິເສດ ດ້ວຍອາວຸດທີ່ທັນສະໄໝ, ມີຄວາມສາມາດສູ້ຮົບໃນທຸກເງື່ອນໄຂ. ພາບ: qdnd.vn |
    |
 |
ຂະບວນລົດຕ້ານການກໍ່ການຮ້າຍພິເສດດ້ວຍລະບົບຄວບຄຸມອັດຕະໂນມັດທີ່ທັນສະໄໝ ເຊິ່ງລວມມີຍົນນ້ຳຄວາມດັນສູງ, ລະບົບປະສົມແກັສນ້ຳຕາ, ສີສະເປເພື່ອຈົດຈໍາເປົ້າໝາຍ. ພາບ: qdnd.vn |
    |
 |
ຂະບວນລົດສະກັດກັ້ນ ແລະຕ້ານອັກຄີໄພ, ດັບເພີງ, ກູ້ໄພກູ້ຊີບ. ພາບ:qdnd.vn |
ໂດຍ: ທູຈາງ