ກະກຽມໃຫ້ການຝຶກຊ້ອມກູ້ໄພກູ້ຊີບຮ່ວມ ລະຫວ່າງກອງທັບຫວຽດນາມ - ລາວ - ກໍາປູເຈຍ ໃຫ້ເປັນຢ່າງດີ
ກປ.ອອນໄລ - ຕອນບ່າຍວັນທີ 8 ສິງຫາ, ທະຫານເຂດ 4 ໄດ້ຈັດຕັ້ງການກວດກາຜົນການຝຶກແອບ ແລະມອບໝາຍໜ້າທີ່ໃຫ້ກໍາລັງເຂົ້າຮ່ວມການຝຶກຊ້ອມກູ້ໄພກູ້ຊີບຮ່ວມລະຫວ່າງ ກອງທັບສາມປະເທດຫວຽດນາມ - ລາວ - ກໍາປູເຈຍ.
ທ່ານພັນເອກພິເສດ ຟ້າມວັນຢຸງ, ຮອງຫົວໜ້າເສນາທິການທະຫານເຂດ 4, ຮອງຫົວໜ້າຄະນະຊີ້ນໍາການຝຶກຊ້ອມທະຫານເຂດ 4 ເປັນປະທານການເຮັດວຽກ.
    |
 |
ບັນຍາກາດທີ່ການມອບໝາຍໜ້າທີ່. ພາບ: qdnd.vn |
ການຝຶກຊ້ອມກູ້ໄພກູ້ຊີບຮ່ວມລະຫວ່າງກອງທັບສາມປະເທດ ຫວຽດນາມ-ລາວ-ກໍາປູເຈຍ ຄາດວ່າ ຈະຈັດຂຶ້ນຢູ່ລາວ ໃນໄລຍະຈະມາເຖິງ. ເພື່ອກະກຽມການຝຶກຊ້ອມໃຫ້ເປັນຢ່າງດີ, ໃນໄລຍະຜ່ານມາ, ທະຫານເຂດ 4 ໄດ້ສຸມໃສ່ຊາບຊຶມ, ຄັດເລືອກ, ສ້າງກຳລັງເຂົ້າຮ່ວມການຝຶກຊ້ອມທີ່ມີກຳລັງຄວາມສາມາດ ແລະສຸຂະພາບເຂັ້ມແຂງ ເຕົ້າໂຮມທີ່ກອງພົນນ້ອຍຊ່າງແສງ 414 ເພື່ອດຳເນີນການຝຶກຊ້ອມ, ຝຶກແອບເນື້ອໃນກ່ຽວກັບການຊອກຫາ, ກູ້ໄພກູ້ຊີບ, ປະຖົມພະຍາບານຜູ້ປະສົບເຄາະຮ້າຍ... ຕາມແຜນການທີ່ໄດ້ວາງອອກ. ທະຫານເຂດ 4 ຍັງເພີ່ມເຕີມ, ກະກຽມອຸປະກອນ, ພາຫະນະຢ່າງພຽງພໍ, ຮັບປະກັນດ້ານວັດຖຸ, ພະລາທິການ ເພື່ອຮັບໃຊ້ການຟຶກຊ້ອມໃຫ້ເປັນຢ່າງດີ.
    |
 |
ກວດກາພາຫະນະ, ວັດຖຸ ທີ່ຈະເຂົ້າຮ່ວມການຝຶກຊ້ອມ. ພາບ: qdnd.vn |
    |
 |
ກໍາລັງຝຶກແອບການຊອກຫາກູ້ໄພກູ້ຊີບ. ພາບ: qdnd.vn |
ເພື່ອເຂົ້າຮ່ວມການຝຶກຊ້ອມບັນລຸໝາກຜົນສູງ ແລະມີຄວາມປອດໄພຢ່າງເດັດຂາດ, ທ່ານພັນເອກພິເສດ ຟ້າມວັນຢຸງ ຮຽກຮ້ອງໃຫ້ກຳລັງທີ່ເຂົ້າຮ່ວມການຝຶກຊ້ອມຍົກສູງຄວາມຮັບຜິດຊອບ, ກຳນົດໜ້າທີ່ຢ່າງຈະແຈ້ງ, ປະຕິບັດທິດນໍາ “ມີລະບຽບວິໄນ, ບຸກຄະລິກ, ຄວາມຮັບຜິດຊອບ, ລະບຽບງົດງາມ” ໃຫ້ເປັນຢ່າງດີ.
ໂດຍ: ທູຈາງ