ຕາມແຜນການຢູ່ໃນບໍລິເວນແລ້ວ, ຈໍານວນພົນຂອງກົມກອງຈະປະຕິບັດໜ້າທີ່ຕາມຂໍ້ສະເໜີຂອງອຳນາດການປົກຄອງທ້ອງຖິ່ນ, ໂດຍສຸມໃສ່ສ້າງຕູບຄ້າຍຊົ່ວຄາວໃຫ້ແກ່ປະຊາຊົນທີ່ມີເຮືອນຊານຖືກນ້ຳຖ້ວມພັດໄຫຼໄປ, ສ້ອມແປງເຮືອນຊານທີ່ຖືກເປ່ເພ, ລະບົບເສັ້ນທາງຄົມມະນາຄົມ,ໂຮງຮຽນ, ກິດຈະກໍາຮັບໃຊ້ປະຊາຂົນ ທີ່ໄດ້ຮັບຜົນສະທ້ອນ...

leftcenterrightdel
ຜູ້ບັນຊາກົມກອງ ຊາບຊຶມແຜນການເຄື່ອນທັບໄປປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນໃຫ້ພະນັກງານ, ນັກຮົບ. ພາບ: qdnd.vn

ໂດຍໄດ້ຮູ້ວ່າ, ໃນຍາມຝົນຕົກນ້ຳຖ້ວມໃນທ້າຍເດືອນກໍລະກົດ, ກອງບັນຊາການທະຫານເຂດ 4 ໄດ້ລະດົມກຳລັງພະນັກງານ, ນັກຮົບ 600 ກວ່າຄົນ ພ້ອມດ້ວຍອຸປະກອນເພື່ອໜູນຊ່ວຍອຳນາດການປົກຄອງ ແລະປະຊາຊົນບັນດາຕາແສງ ຄື: ກອນກວງ, ເຕືອງເຢືອງ, ເມືອງແຊ໋ນ... ແກ້ໄຂຜົນຮ້າຍຢ້ອນຫຼັງ ແລະຊ່ວຍການດໍາລົງຊີວິດຂອງປະຊາຊົນ ກັບຄືນສູ່ສະພາບປົກກະຕິ.

leftcenterrightdel
ລະດົມກໍາລັງທະຫານ ເຄື່ອນທັບໄປຍັງບໍລິເວນຕ່າງໆ ເພື່ອຊ່ວຍເຫຼືອປະຊາຊົນ. ພາບ: qdnd.vn

ໂດຍອີງໃສ່ສະພາບຕົວຈິງຍ້ອນຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ກັບປະຊາຊົນ, ພ້ອມກັບຂໍ້ສະເໜີຂອງອຳນາດການປົກຄອງທ້ອງຖິ່ນ, ພະນັກງານ, ນັກຮົບ 350 ກວ່າຄົນຂອງກອງພັນຫຍ່ 335, ກອງພົນ 324 ໄດ້ສືບຕໍ່ປະຕິບັດໜ້າທີ່. ທ່ານພັນເອກພິເສດ ເຈີ່ນແມ້ງກວນ, ຮອງຫົວໜ້າການທະຫານກອງພົນ 324 ເປັນຜູ້ຊີ້ນໍາໂດຍກົງຢູ່ບໍລິເວນດັ່ງກ່າວໃນໄລຍະໜູນຊ່ວຍອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ ແລະເຮັດໃຫ້ການດໍາລົງຊີວິດກັບຄືນສູ່ສະພາບປົກກະຕິເທື່ອລະກ້າວ.

ໂດຍ: ທູຈາງ