ນັກຂ່າວ: ຂໍຮຽນສະຫາຍ, ມູນເຊື້ອແມ່ນປັດໃຈສໍາຄັນທີ່ສ້າງສີສັນຂອງແຕ່ລະກົມກອງ. ຕໍ່ກັບໂຮງງານ Z119, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄືແນວໃດໃນໄລຍະທາງ 60 ປີແຫ່ງການກໍ່ສ້າງ ແລະພັດທະນາ?
ພັນເອກພິເສດ ດ່າວຫງອກດ້າຍ: ໂຮງງານ Z119 ໄດ້ສ້າງຕັ້ງຂຶ້ນໃນວັນທີ 7 ສິງຫາ 1965, ຕົ້ນກໍາເນີດແມ່ນພາກສ່ວນໜຶ່ງທີ່ແຍກອອກມາຈາກໂຮງງານ X100, ຊື່ເດີມແມ່ນ MZ495. ໃນສົງຄາມຕໍ່ສູ້ຕ້ານອາເມລິກາ ກູ້ຊາດ, ພະນັກງານ, ວິສະວະກອນ, ກຳມະກອນຂອງໂຮງງານ ບໍ່ພຽງແຕ່ສ້ອມແປງຢູ່ກັບທີ່ເທົ່ານັ້ນ, ຫາກຍັງໄດ້ເຄື່ອນທີ່ໄປຍັງສະໜາມຮົບເພື່ອຮັບໃຊ້ການສູ້ຮົບໂດຍກົງອີກດ້ວຍ, ປະກອບສ່ວນສຳຄັນເຂົ້າໃນວິລະກໍາຂອງທະຫານປ້ອງກັນອາກາດ-ທະຫານອາກາດ. ໂຮງງານໄດ້ມີຂໍ້ລິເລີ່ມອັນລ້ຳຄ່າຫຼາຍຢ່າງ ຄື: ຜະລິດຕີນປືນຍິງເຮືອບິນ DKD-71, ດັດແປງຣາດາ CON9A ເປັນປະເພດ K102, K103, K104; ສົມທົບກັບມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ຄົ້ນຄວ້າ ແລະ ຜະລິດອຸປະກອນທໍາລາຍລູກລະເບີດສະໜາມແມ່ເຫຼັກ BTR15...
    |
 |
ພັນເອກພິເສດ ດ່າວຫງອກດ້າຍ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງງານ Z119. ພາບ: ເວິນແອັງ |
ກ້າວເຂົ້າສູ່ສະໄໝສັນຕິພາບ, ໂຮງງານ Z119 ໄດ້ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ບືນຕົວຂຶ້ນກາຍເປັນກົມກອງແຖວໜ້າໃນການສ້ອມແປງ, ຜະລິດອຸປະກອນຣາດາ ຂອງທົ່ວກອງທັບ. ເພື່ອຮັບຮູ້ບັນດາຜົນງານດີເດັ່ນ, ໃນປີ 2014, ໂຮງງານ ເປັນກຽດໄດ້ຮັບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນຈາກພັກ, ລັດ. ໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອ, ໂຮງງານ Z119 ເປັນກຽດໄດ້ຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ II.
ນັກຂ່າວ: ຂໍຮຽນສະຫາຍ, ໃນວິວັດການປະຕິບັດໜ້າທີ່, ທາງໂຮງງານ ໄດ້ຖອດຖອນບົດຮຽນອັນລ້ຳຄ່າໃດແດ່?
ພັນເອກພິເສດ ດ່າວຫງອກດ້າຍ: ພວກຂ້າພະເຈົ້າ ໄດ້ກຳນົດຢ່າງຈະແຈ້ງວ່າ ແຕ່ລະໜ້າທີ່ຕ້ອງມີເປົ້າໝາຍລະອຽດ, ວິທີເຮັດທີ່ເໝາະສົມ ແລະວິທີຈັດຕັ້ງຢ່າງມີວິທະຍາສາດ. ຄຽງຄູ່ກັນນັ້ນ, ຄະນະພັກ, ຄະນະອໍານວຍການໂຮງງານ Z119 ຍາມໃດກໍ່ຖືວຽກງານພັດທະນາຊັບພະຍາກອນມະນຸດ ເປັນບຸລິມະສິດອັນດັບໜຶ່ງ. ພວກຂ້າພະເຈົ້າ ສົ່ງເສີມຈິດໃຈຮໍ່າຮຽນດ້ວຍຕົນເອງ, ຄົ້ນຄວ້າດ້ວຍຕົນເອງຂອງພະນັກງານ, ນັກວິສະວະກອນ, ກໍາມະກອນ, ພາລະກອນຂອງໂຮງງານ; ເສີມຂະຫຍາຍບົດບາດຂອງຖັນແຖວນາຍຊ່າງທີ່ມີສີມືດີ, ແນະນຳ ແລະ ບຳລຸງກໍ່ສ້າງນາຍຊ່າງໜຸ່ມໃນການຜະລິດຕົວຈິງ. ສ່ົງເສີມໃຫ້ພະນັກງານ, ກໍາມະກອນ, ພາລະກອນຕັ້ງໜ້າຕອບສະໜອງຂະບວນການແຂ່ງຂັນ, ໂດຍສະເພາະແມ່ນຂະບວນການເສີມຂະຫຍາຍຂໍ້ລິເລີ່ມ, ດັດແປງດ້ານເຕັກນິກ. ແຕ່ປີ 2020 ມາຮອດປະຈຸບັນ, ໂຮງງານໄດ້ມີ 156 ຫົວຂໍ້, ຂໍ້ລິເລີ່ມດັດແປງດ້ານເຕັກນິກ ໄດ້ຮັບການໝູນໃຊ້ຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດໜ້າທີ່ຂອງໂຮງງານ, ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບການຂາດເຂີນວັດສະດຸ, ອຸປະກອນ, ເປັນເຈົ້າການຮັບປະກັນຄວາມຄືບໜ້າໃນການຜະລິດ, ຄຸນນະພາບຂອງຜະລິດຕະພັນ, ສ້າງລາຍຮັບໃຫ້ແກ່ງົບປະມານຫຼາຍຮ້ອຍລ້ານດົ່ງ.
ນັກຂ່າວ: ນອກຈາກປັດໄຈດ້ານວິຊາສະເພາະ, ເຕັກນິກແລ້ວ, ວຽກງານການເມືອງ-ແນວຄິດ ແລະ ກໍ່ສ້າງການຈັດຕັ້ງຂອງໂຮງງານ ໄດ້ດໍາເນີນຄືແນວໃດ?
ພັນເອກພິເສດ ດ່າວຫງອກດ້າຍ: ດ້ວຍທັດສະນະທີ່ລຸລ່ວງ, ການກໍ່ສ້າງໂຮງງານໃຫ້ມີຄວາມໝັ້ນຄົງເຂັ້ມແຂງຮອບດ້ານແມ່ນປັດໄຈຮັບປະກັນໃຫ້ທຸກໄຊຊະນະ; ໃນຊຸມປີຜ່ານມາ, ຄະນະພັກ, ຄະນະອໍານວຍການໂຮງງານ ໄດ້ປ່ຽນແປງໃໝ່ວິທີການອອກມະຕິ, ຍົກສູງປະສິດທິພາບໃນການນຳພາ, ຮັກສາຫຼັກການລວມສູນປະຊາທິປະໄຕ ແລະເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງມະຫາຊົນ ໃຫ້ເປັນຢ່າງດີ.
    |
 |
ກໍາມະກອນໂຮງງານ Z119 ແລກປ່ຽນບົດຮຽນ, ປະສົບການໃນການສ້ອມແປງອຸປະກອນ. ພາບ: ເວິນແອັງ |
ອີກດ້ານໜຶ່ງ, ຄະນະພັກ, ຄະນະອໍານວຍການໂຮງງານ ຍາມໃດກໍ່ເອົາໃຈໃສ່ຮັບຟັງຄໍາຄິດຄຳເຫັນ ແລະ ຄວາມມຸ່ງມາດປາດຖະໜາ, ແກ້ໄຂຂໍ້ສະເໜີທີ່ເໝາະສົມຂອງພະນັກງານ, ກໍາມະກອນ, ພາລະກອນຢ່າງທັນເວລາ. ພ້ອມກັນນັ້ນ, ພວກຂ້າພະເຈົ້າ ຍາມໃດກໍ່ເອົາໃຈໃສ່ ແລະປະຕິບັດບັນດາລະບອບ, ນະໂຍບາຍເປັນຢ່າງດີ, ເບິ່ງແຍງດູແລເຖິງແນວຫຼັງກອງທັບ, ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນຢ່າງທັນການ, ສ້າງກຳລັງໜູນແຂ່ງຂັນກັນອອກແຮງງານຢ່າງມີຫົວຄິດປະດິດສ້າງ. ປະສິດທິຜົນໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງຜ່ານຕົວເລກຄື: ແຕ່ລະປີ, ສະມາຊິກພັກ 100% ປະຕິບັດສຳເລັດໜ້າທີ່, ໃນນັ້ນ 98,6% ແມ່ນປະຕິບັດໄດ້ດີ ແລະດີເລີດ. ເປັນເວລາຫຼາຍປີລຽນຕິດ, ອົງຄະນະພັກໂຮງງານ Z119 ບັນລຸນາມມະຍົດປອດໃສ, ໝັ້ນຄົງເຂັ້ມແຂງ, ດີເດັ່ນ.
ນັກຂ່າວ: ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຫັນເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ໃຫ້ເປັນທັນສະໄໝ, ທາງໂຮງງານ ໄດ້ ແລະຈະຜັນຂະຫຍາຍມາດຕະການບຸກທະລຸໃດແດ່ ເພື່ອຍົກລະດັບກໍາລັງຄວາມສາມາດໃນການປະຕິບັດໜ້າທີ່?
ພັນເອກພິເສດ ດ່າວຫງອກດ້າຍ: ພວກຂ້າພະເຈົ້າ ກຳນົດວ່າ, ກ່ອນອື່ນໝົດ, ຕ້ອງຫັນເປັນມາດຕະຖານ ແລະຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ - ຖືນີ້ແມ່ນປັດໄຈຫຼັກແຫຼ່ງຕັດສິນການພັດທະນາແບບຍືນຍົງຂອງໂຮງງານ. ເພື່ອປະຕິບັດແຜນນະໂຍບາຍດັ່ງກ່າວ, ໃນຊຸມປີຜ່ານມາ, ຄະນະພັກ, ຄະນະອໍານວຍການໂຮງງານ Z119 ໄດ້ເປັນເຈົ້າການສົມທົບກັບບັນດາວິທະຍາຄານ, ສະຖາບັນຄົ້ນຄວ້າຢູ່ພາຍໃນ ແລະນອກກອງທັບ ເພື່ອຄັດເລືອກ, ບຳລຸງສ້າງພະນັກງານ, ນັກວິສະວະກອນໜຸ່ມ. ພ້ອມກັນນັ້ນ, ກໍ່ຖືເປັນສໍາຄັນວຽກງານຝຶກແອບຍົກລະດັບດ້ານວິຊາສະເພາະ, ເຕັກນິກ, ສີມືແຮງງານໃຫ້ແກ່ຖັນແຖວນັກເຕັກນິກ ແລະ ຜູ້ອອກແຮງການ; ເອົາໃຈໃສ່ເຖິງການຝຶກແອບເຕັກໂນໂລຢີໃໝ່, ຂຸດຄົ້ນ, ຄົ້ນຄວ້ານໍາໃຊ້ອາວຸດຍຸດໂທປະກອນ ຢ່າງຊໍານິຊໍານານ. ໄປຄຽງຄູ່ກັບປັດໄຈມະນຸດ, ທາງໂຮງງານ ຍັງເອົາໃຈໃສ່ເປັນພິເສດ ແລະໝູນໃຊ້ເຕັກໂນໂລຢີດີຈີຕອນ, ປັນຍາປະດິດ ເຂົ້າໃນການພັດທະນາບັນດາໂຄງການ, ແຜນຮ່າງກໍ່ສ້າງພັດທະນາໂຮງງານ ໃນໄລຍະ 2025-2030. ຍູ້ແຮງການປ່ຽນແປງໃໝ່ເຕັກໂນໂລຢີ, ເປັນເຈົ້າຂອງຕ່ອງໂສ້ການຜະລິດ ແລະ ການສ້ອມແປງທີ່ທັນສະໄໝ...
ນັກຂ່າວ: ຂໍຂອບໃຈ!
ໂດຍ: ທູຈາງ